ຈີນເດັດດ່ຽວຄັດຄ້ານອາເມຣິກາທີ່ສືບຕໍ່ປະຕິບັດຄຳສັ່ງເກືອດຫ້າມການລົງທຶນຕໍ່ຈີນຂອງລັດຖະບານຊຸດຜ່ານມາ

2022-11-10 11:32:59 cri



   ໂດຍແນໃສ່ກໍລະນີທີ່ອາເມຣິກາສືບຕໍ່ປະຕິບັດຄຳສັ່ງເກືອດຫ້າມການລົງທຶນຕໍ່ຈີນ ຂອງລັດຖະບານຊຸດຜ່ານມານັ້ນ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງ ປະເທດຈີນໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 9 ພະຈິກນີ້ວ່າ: ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.

     ຕາມຂ່າວແຈ້ງວ່າ: ທຳນຽບປະທານາທິບໍດີ ຫຼືທຳນຽບຂາວອາເມຣິກາ ໄດ້ປະກາດວ່າ: ເນື່ອງຈາກກຸ່ມອຸດສາຫະກຳການທະຫານຂອງຈີນໄດ້ເປັນ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ, ນະໂຍບາຍການຕ່າງປະເທດແລະ ເສດຖະກິດຂອງອາເມຣິກາ, ສະນັ້ນ, ອາເມຣິກາຈິ່ງຕົກລົງສືບຕໍ່ປະຕິບັດ ຄຳສັ່ງເກືອດຫ້າມຕໍ່ຈີນທີ່ໄດ້ປະກາດໃຊ້ໃນໄລຍະປະທານາທິບໍດີໂດນັນ ທຣຳ ໂດຍຫ້າມບໍ່ໃຫ້ຄົນອາເມຣິກາລົງທຶນກັບບໍລິສັດຈີນທີ່ມີສ່ວນພົວພັນກັບກອງທັບຈີນ.

ທ່ານຈ້າວລີ້ຈ່ຽນກ່າວວ່າ: “ອາເມຣິກາສືບຕໍ່ປະຕິບັດຕາມມາດຕະການ ອັນຜິດພາດຂອງລັດຖະບານຊຸດຜ່ານມາ ໂດຍປະຕິບັດຄຳສັ່ງເກືອດຫ້າມ ການລົງທຶນຕໍ່ວິສາຫະກິດທີ່ມີສ່ວນພົວພັນກັບກອງທັບຈີນ ເພື່ອຈຸດປະສົງທາງ ການເມືອງ, ເຊິ່ງເປັນການກະທຳທີ່ບໍ່ຫົວຊານຳຄວາມເປັນຈິງ ແລະສະພາບ ຕົວຈິງຂອງບໍລິສັດທີ່ກ່ຽວຂ້ອງແຕ່ປະການໃດ, ໄດ້ທຳລາຍຫຼັກການແລະຄວາມ ເປັນລະບຽບປົກກະຕິຂອງຕະຫຼາດຢ່າງໜັກໜ່ວງ, ບໍ່ພຽງແຕ່ໄດ້ທຳລາຍສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນເທົ່ານັ້ນ, ຍັງໄດ້ທຳລາຍຜົນປະໂຫຍດຂອງ ນັກລົງທຶນທົ່ວໂລກເຊິ່ງລວມທັງນັກລົງທຶນອາເມຣິກາຕື່ມອີກ. ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.”