ໜ່ວຍແພດກອງທັບປົດປ່ອຍປະຊາຊົນຈີນໄດ້ຮັບຫຼຽນໄຊຈາກກອງທັບປະຊາຊົນລາວ

2022-11-10 11:35:26 cri

ໜ່ວຍຊ່ຽວຊານການແພດກອງທັບປົດປ່ອຍປະຊາຊົນຈີນທີ່ຊ່ວຍເຫຼືອປະ ເທດລາວຊຸດທີ 7 ໄດ້ຮັບການປະດັບຫຼຽນໄຊພິລະອາດຫານຊັ້ນ III ແລະຫຼຽນໄຊມິດຕະພາບຂອງກອງທັບປະຊາຊົນລາວ ເຊິ່ງພິທີປະດັບຫຼຽນໄຊ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວໃນວັນທີ 8 ພະຈິກນີ້. 

ໃນຂໍ້ຕົກລົງວ່າດ້ວຍການປະດັບຫຼຽນໄຊທີ່ລົງນາມໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນ ປະເທດລາວໄດ້ລະບຸວ່າ: ໜ່ວຍແພດກອງທັບຈີນໄດ້ອອກແຮງຊ່ວຍເຫຼືອແລະ ປິ່ີນປົວພະຍາດໃຫ້ທະຫານແລະປະຊາຊົນລາວຢ່າງເຕັມຄວາມສາມາດ ພ້ອມທັງ ໄດ້ສອນເຕັກນິກການປິ່ນປົວຂອງຈີນຢ່າງເອື້ອເຟື້ອເຜື່ອແຜ່, ທະຫານແລະ ປະຊາຊົນລາວໄດ້ຮັບສຸຂະພາບ ແລະມິດຕະພາບ, ໂຮງໝໍ 103 ກອງທັບ ປະຊາຊົນລາວມີລະດັບສູງຂຶ້ນຢ່າງພົ້ນເດັ່ນໃນການກວດກາແລະບົ່ງມະຕິ, ປິ່ນປົວ ແລະບົວລະບັດຮັກສາສຸຂະພາບ.