Twitter ປ່ຽນເຈົ້າຂອງ, ແຕ່ວ່າທາດແທ້ທີ່ເປັນອົງການສ້າງຂ່າວລືບໍ່ໄດ້ປ່ຽນແປງ

2022-11-10 22:37:11 cri

ຫວ່າງມໍ່ໆມານີ້, ໂດຍຜ່ານການເປິກສາຫາລືດ້ານການຄ້າເປັນເວລາປະມານເຄິ່ງປີ, ທ່ານ ອີລອນ ມັດ ໄດ້ສຳເລັດການຊື້ກິດຈະການຂອງບໍລິສັດ “Twitter” ເຊິ່ງເປັນສື່ສັງຄົມອອນລາຍອາເມຣິກາ. ກ່ຽວກັບເລື່ອງນີ້, ປະຊາຊົນອາເມຣິກາຈຳນວນບໍ່ໜ້ອຍບໍ່ໄດ້ເບິ່ງໄປໃນແງ່ດີ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຄົນປັດຈຸບັນໄດ້ຕຳໜິຕິຕຽນທ່ານອີລອນ ມັດໃນການຊື້ກິດຈະການຂອງບໍລິສັດ Twitter, ແລະກ່າວວ່າ: Twitter ແມ່ນອົງການໜຶ່ງທີ່ເຜີຍແຜ່ຂ່າວລືໃນທົ່ວໂລກ.

ພາຍຫຼັງສຳເລັດການຊື້ກິດຈະການຂອງບໍລິສັດ Twitter ບໍ່ເທົ່າໃດມື້, ທ່ານອີລອນ ມັດ ໄດ້ລົງຂ່າວກ່ຽວກັບທ່ານ ໂພໂຣ ເປໂຣຊີ, ຜົວຂອງນາງ ນັນຊີ ເປໂຣຊີ ປະທານສະພາຕ່ຳອາເມຣິກາຖືກໂຈມຕີຢູ່ເຮືອນຂອງຕົນທີ່ລັດການີໂຟເນຍໃນ Twitter, ຍ້ອນວ່າໄດ້ຊຸກຍູ້ເປີດເຜີຍຂ່າວປອມ ແລະ “ຖ້ອຍຄວາມຫຼອກລວງ” ໄດ້ຖືກສື່ມວນຊົນຕົ້ນຕໍຂອງອາເມຣິກາຕຳໜິຕິຕຽນ. ນອກນັ້ນ, ຍ້ອນວ່າທ່ານ ອີລອນ ມັດ ເອີ້ນຕົນເອງເປັນຜູ້ປະຕິບັດ “ລັດທິເດັດຖານດ້ານຄວາມເສລີພາບຂອງຄວາມເວົ້າ”, ທ່ານອີລອນ ມັດ ຍັງຈະຜ່ອນຄາຍຄວາມຈຳກັດຕໍ່ຖ້ອຍຄວາມກ່ຽວກັບຄວາມຄຽດແຄ້ນ, ແລະກ່າວວ່າອາດຈະອະນຸມັດໃຫ້ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິການຳໃຊ້ບັນຊີ Twitter ຂອງທ່ານຄືນໃໝ່ທີ່ຖືກລະງັບໃຊ້ໃນເມື່ອກ່ອນ. ເຖິງວ່າ ການຕັດສິນດັ່ງກ່າວໄດ້ເລື່ອນເວລາມາແລ້ວກໍຕາມ, ແຕ່ການກະທຳເຫຼົ່ານີ້ໄດ້ກາຍເປັນສັນຍານທີ່ເຮັດໃຫ້ຄົນທັງຫຼາຍຮູ້ສຶກເປັນຫ່ວງ. ທ່ານໂຈນ ໂດໂນວັນ ຫົວໜ້າຄົ້ນຄວ້າຂອງສູນໂຊເຣັນສເຕັນ ເຄນນິດີ ຂອງມະຫາວິທະຍາໄລຮາເວີດ ກ່າວວ່າ: ບໍ່ສາມາດຢືນຢັນວ່າ Twitter ສາມາດກາຍເປັນເວທີປອດໄພສຳລັບປະຊາຊົນໃນການປະກອບຄຳເຫັນຂອງຕົນອີກຕໍ່ໄປຫຼືບໍ່.

ສາມາດເຫັນໄດ້ວ່າ, ບໍ່ວ່າ Twitter ຫຼື Facebook, ສື່ສັງຄົມອອນລາຍຂອງອາເມຣິກາໄດ້ເຕັມໄປດ້ວຍຂ່າວລືຂ່າວປອມມາໂດຍຕະຫຼອດ. ຖ້າຄິດໄລ່ຢ່າງລະອຽດ, ໃນຫຼາຍປີມານີ້, ຂ່າວປອມທີ່ Twitter ເຜີຍແຜ່ໃນຫຼາຍປີມານີ້ແມ່ນນັບບໍ່ຖ້ວມ.

ກ່ຽວກັບຫົວຂໍ້ພາຍໃນປະເທດອາເມຣິກາ, ຂ່າວກ່ຽວກັບຄວາມຄຽດແຄ້ນ ແລະ ຂ່າວປອມກ່ຽວກັບການຈຳແນກເຊື້ອຊາດຜິວພັນເຮັດໃຫ້ຜູ້ບໍລິໂພກຕື່ນຕົກໃຈຫຼາຍ; ໃນຫົວຂໍ້ກ່ຽວກັບຕ່າງປະເທດ, ຈາກຍີ່ປຸ່ນປ່ອຍນ້ຳເປື້ອນປົນລັງສີນິວເຄຣຍລົງສູ່ທະເລຈົນຮອດສົງຄາມຣັດເຊຍກັບອູແກຣນ, ທັດສະນະລຳອຽງປະເພດຕ່າງໆ ແລະ ຂ່າວປອມມີຢູ່ທົ່ວທີບ. ໂດຍສະເພາະໃນການລາຍງານຂ່າວກ່ຽວກັບປະເທດຈີນ, Twitter ໄດ້ເຜີຍແຜ່ “ຄວາມຫຼອກລວງແຫ່ງສະຕະວັດ” ທີ່ຕື່ນຕົກໃຈ. ຕົວຢ່າງວ່າ: ໃສ່ຮ້າຍປ້າຍສີເຂດປົກຄອງຕົນເອງຊິນຈ່ຽງຂອງຈີນໄດ້ປະຕິບັບນະໂຍບາຍການດັບສູນເຊື້ອຊາດ ແລະ “ບັງຄັບຄົນອອກແຮງງານ”; ໃນໄລຍະຕົ້ນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄວາມເວົ້າ “ເຊື້ອພະຍາດຈີນ” ແລະ “ເຊື້ອພະຍາດຮົ່ວໄຫຼຈາກຫ້ອງທົດລອງຢູ່ນະຄອນອູຮັ້ນ” ແລະອື່ນໆ. ໃນເວລາຮົງກົງຂອງຈີນເກີດການແຫ່ຂະບວນປະທ້ວງ, ປ່ອຍໃຫ້ຖ້ອຍຄວາມທີ່ໃສ່ຮ້າຍປ້າຍສີອົງການປົກຄອງເຂດບໍລິຫານພິເສດຮົງກົງ ແລະ ເຈົ້າໜ້າທີ່ຕຳຫຼວດຮົງກົງ, ໄດ້ສັ່ງປິດປະມານ 1 ພັນບັນຊີຂອງປະເທດຈີນທີ່ເປີດເຜີຍການຂອງພວກຫົວຮຸນແຮງ, ແມ່ຄວາມຈິງໃນປັດຈຸບັນໄດ້ເຮັດໃຫ້ຄົນທັງຫຼາຍຮູ້ດີແລ້ວວ່າ, ອັນທີ່ເອີ້ນວ່າ “ເສລີພາບ” ຂອງພວກເຂົາແມ່ນເລື່ອງໜ້າຊື່ໃຈຄົດທີ່ສຸດ.

ຍ້ອນວ່າການເລືອກຕັ້ງໄລຍະກາງຂອງອາເມຣິກາໃກ້ຈະໝູນວຽນມາເຖິງ, ນັກວິເຄາະທັງຫຼາຍລ້ວນແຕ່ເຫັນວ່າ, ໃນຖານະເປັນໜຶ່ງໃນສະໜາມຮົບດ້ານຂໍ້ມູນຂ່າວສານສຳຄັນ, ບໍລິສັດ Twitter ປ່ຽນເຈົ້າຂອງຈະສ້າງຜົນກະທົບຕໍ່ຫາງສຽງອາເມຣິກາຢ່າງແນ່ນອນ. ແຕ່ວ່າ ບໍລິສັດ Twitter ປ່ຽນຜູ້ບໍລິຫານຈະບໍ່ປ່ຽນແປງທາດແທ້ທີ່ເປັນອົງການຂ່າວລື. ສື່ສັງຄົມອອນລາຍ Twitter ທີ່ເຕັມໄປດ້ວຍຂ່າວປອມແລະທັດສະນະຄຽດແຄ້ນໃນເມື່ອກ່ອນໃຫ້ເພີ່ມຂຶ້ນຕື່ມອີກ, ຍິ່ງຈະສົ່ງເສີມໃຫ້ອາເມຣິກາຈະມີຄວາມຂັດແຍ້ງກັນດ້ານສັງຄົມ ແລະ ຄວາມຮຸນແຮງດ້ານການເມືອງຫຼາຍກວ່າເກົ່າ.