ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 25

2022-11-12 11:37:32 cri



   ຕອນບ່າຍວັນທີ 11 ພະຈິກນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 25 ທີ່ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.

 ໂອກາດດັ່ງກ່າວ, ທ່ານຫຼີເຄີ້ສຽງຊີ້ໃຫ້ເຫັນວ່າ: ໃນໄລຍະເກືອບ 10 ປີຜ່ານ ມານີ້, ຝ່າຍຈີນໄດ້ສະເໜີສັນຍາການຮ່ວມມືທີ່ສຳຄັນ 160 ກວ່າສະບັບ ຢູ່ໃນກອງປະຊຸມຜູ້ນຳຈີນ-ອາຊຽນ ເຊິ່ງສັນຍາເຫຼົ່ານີ້ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳຫຼາຍກວ່າ 99,5%. ການພົວພັນຈີນ-ອາຊຽນເປັນ ການພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອງຝ່າຍເປັນເພື່ອນບ້ານໃກ້ ຄຽງທີ່ບໍ່ສາມາດປ່ຽນແປງໄດ້, ເປັນເພື່ອນມິດທີ່ດີທີ່ໄວ້ເນື້ອເຊື່ອໃຈໄດ້ ແລະເປັນຄູ່ຮ່ວມມືທີ່ຕັດແຍກອອກຈາກກັນບໍ່ໄດ້. ຈີນຖືເອົາອາຊຽນເປັນທິດທາງບຸລິມະສິດ ໃນດ້ານວຽກງານການຕ່າງປະເທດກັບປະເທດອ້ອມຂ້າງ, ສະໜັບສະໜູນການສ້າງສາປະຊາຄົມອາຊຽນຢ່າງສະເໝີຕົ້ນສະເໝີປາຍ,ສະໜັບສະໜູນຖານະໃຈ ກາງຂອງອາຊຽນດ້ານການຮ່ວມມືອາຊີຕາເວັນອອກ ແລະຍິນດີຮ່ວມກັບອາຊຽນ ສຸມໃສ່ການພັດທະນາແລະຮ່ວມມືກັນ ເພື່ອສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.

ກອງປະຊຸມໄດ້ຜ່ານຮັບຮອງເອກະສານໝາກຜົນຕ່າງໆເຊັ່ນ: ຖະແຫຼງການ ຮ່ວມວ່າດ້ວຍການເພີ່ມທະວີການພັດທະນາຮ່ວມກັນແບບຍືນຍົງຈີນ-ອາຊຽນ ເປັນຕົ້ນ,  ໄດ້ສະແດງຄວາມຊົມເຊີຍຕໍ່ການຜ່ານຮັບຮອງແຜນດຳເນີນງານ ວ່າດ້ວຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ, ພ້ອມທັງໄດ້ປະກາດກຳນົດເອົາປີ 2023 ເປັນປີຮ່ວມມືແຫ່ງການພັດທະນາກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານຈີນ-ອາຊຽນ.