ຈີນຫວັງວ່າອາເມຣິກາຈະຮ່ວມກັບຈີນມຸ່ງໜ້າໄປສູ່ເປົ້າໝາຍດຽວກັນດ້ວຍການເຄົາລົບນັບຖືເຊິ່ງກັນ ແລະກັນຢ່າງແທ້ຈິງ

2022-11-12 14:14:00 cri

 

   ວັນທີ 11 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວປະຈຳ, ມີນັກຂ່າວຖາມວ່າ: ຈີນມີຄວາມມຸ່ງຫວັງແນວໃດຕໍ່ການພົບປະລະຫວ່າງປະມຸກລັດສອງປະເທດຈີນ-ອາເມຣິກາຢູ່ເກາະບາຫຼີ.

   ທ່ານຈ້າວລີ້ຈ່ຽນກ່າວວ່າ: ຈີນໄດ້ປະຕິບັດຕໍ່ ແລະພັດທະນາສາຍພົວພັນຈີນ-ອາເມຣິກາຕາມ 3 ຫຼັກການທີ່ສະເໜີໂດຍທ່ານປະທານສີຈີ້ນຜີງຢ່າງສະເໝີຕົ້ນສະເໝີປາຍ ຄື: ເຄົາລົບນັບຖືເຊິ່ງກັນ ແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈີນມີຈຸດຢືນທີ່ຊຸກຍູ້ການສ້າງຮູບແບບຢູ່ຮ່ວມກັນອັນຖືກຕ້ອງລະຫວ່າງຈີນ ແລະອາເມຣິກາ, ພ້ອມດຽວກັນນັ້ນ, ກໍປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງ ແລະຜົນການໂຫຍດດ້ານການພັດທະນາຂອງຕົນຢ່າງເດັດດ່ຽວໜຽວແໜ້ນ. ອາເມຣິກາຄວນຮ່ວມກັບຈີນມຸ່ງໜ້າໄປສູ່ເປົ້າໝາຍດຽວກັນ, ຄຸ້ມຄອງ ແລະຄວບຄຸມຂໍ້ຂັດແຍ່ງກັນຢ່າງເໝາະສົມ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫຼີກລ່ຽງບໍ່ໃຫ້ມີຄວາມເຂົ້າໃຈຜິດ ແລະການຕັດສິນໃຈອັນຜິດພາດ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງອັນຖືກຕ້ອງທີ່ພັດທະນາຢ່າງປອດໃສ ແລະໝັ້ນທ່ຽງຄືນໃໝ່.

  ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: ສາຍພົວພັນຈີນ-ອາເມຣິກາຮັກສາການພັດທະນາຢ່າງໝັ້ນທ່ຽງ ສອດຄ່ອງກັບຜົນປະໂຫຍດສອງຝ່າຍ, ທັງເປັນຄວາມມຸ່ງຫວັງຂອງບັນດາປະເທດໃນໂລກ. ພວກເຮົາຫວັງວ່າອາເມຣິກາຈະປະຕິບັດຕາມຈິດໃຈເຄົາລົບນັບຖືເຊິ່ງກັນ ແລະກັນຢ່າງແທ້ຈິງ, ຮ່ວມກັບຈີນມຸ້ງໜ້າໄປສູ່ເປົ້າໝາຍດຽວກັນ, ເສີມຂະຫຍາຍບົດບາດທີ່ມີຄວາມຮັບຜິດຊອບເຂົ້າໃນການປົກປັກຮັກສາສະຖຽນລະພາບ ແລະການພັດທະນາຂອງໂລກ.