ຄະນະກຳມາທິການສະຫະພາບເອີຣົບຄາດວ່າ: ເສດຖະກິດຂອງເຂດໃຊ້ເງິນເອີໂຣຈະຊຸດໂຊມລົງໃນໄຕມາດທີ 4 ປີນີ້

2022-11-12 16:17:18 cri


ວັນທີ 11 ພະຈິກ 2022 ຕາມເວລາທ້ອງຖິ່ນ, ຄະນະກຳມາທິການສະຫະພາບເອີຣົບໄດ້ ເຜີຍແຜ່ບົດລາຍງານການຄາດຄະເນເສດຖະກິດລະດູໃບໄມ້ຫຼົ່ນ, ບົດລາຍງານເຫັນວ່າເສດຖະກິດຂອງສະຫະພາບເອີຣົບໄດ້ຜະເຊີນກັບສິ່ງທ້າທາຍທີ່ຂ້ຽວຂາດ ແລະ ຄວາມບໍ່ແນ່ນອນໃນລະດັບສູງໃນສະເພາະໜ້າກໍຄືໃນໄລຍະໃກ້ໆນີ້. ວິກິດການດ້ານພະລັງງານທີ່ເກີດຂຶ້ນຍ້ອນການປະທະກັນລະຫວ່າງຣັດເຊຍ-ອູແກຣນເຮັດໃຫ້ກຳລັງຊື້ຂອງຄອບຄົວ ແລະ ຄວາມສາມາດການຜະລິດຂອງວິສາຫະກິດຫຼຸດລົງ, ສະພາບແວດລ້ອມການຄ້າພາຍນອກຊຸດໂຊມລົງ, ນະໂຍບາຍເງິນຕາ ແລະປັດໄຈອື່ນໆບວກເຂົ້າກັນ, ຈະສົ່ງຜົນເຮັດໃຫ້ເສດຖະກິດຂອງສະຫະພາບເອີຣົບ, ເຂດໃຊ້ເງິນເອີໂຣ ແລະປະເທດສະມາຊິກສະຫະພາບເອີຣົບຈຳນວນໜຶ່ງຊຸດໂຊມລົງໃນໄຕມາດທີ 4 ປີນີ້.

ບົດລາຍງານສະບັບນີ້ຍັງໄດ້ຄາດຄະເນວ່າ: ປີນີ້, ອັດຕາເງິນເຟີ້ຂອງສະຫະພາບເອີຣົບຈະມີເຖິງ 9,3%, ອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີຣົບຈະມີເຖິງ 8,5%, ຮອດປີໜ້າອັດຕາເງິນເຟີ້ຈະຫຼຸດລົງຈຳນວນໜຶ່ງ. ຈົນຮອດປີ 2024, ອັດຕາເງິນເຟີຂອງສະຫະພາບເອີຣົບຈຶ່ງຈະຫຼຸດລົງຮອດ 3,0%, ສ່ວນເຂດໃຊ້ເງິນເອີຣົບຈະຫຼຸດລົງເປັນ 2,6%.