ອາຊຽນໄດ້ຮັບຮອງເອົາປະເທດຕີມໍເລັສເຕເປັນປະເທດສະມາຊິກທີ 11 ໃນດ້ານຫຼັກການ

2022-11-12 14:12:13 cri


    ວັນທີ 11 ພະຈິກນີ້, ຜູ້ນຳປະເທດອາຊຽນໄດ້ປະກາດໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະຄັ້ງທີ 41 ວ່າ: ອາຊຽນຮັບຮອງເອົາປະເທດຕີມໍເລັສເຕເປັນປະເທດສະມາຊິກທີ 11 ໃນດ້ານຫຼັກການ. ອາຊຽນໄດ້ມອບຖານະບົດບາດທີ່ເປັນປະເທດສັງເກດການໃຫ້ແກ່ຕີມໍເລັສເຕ ພ້ອມທັງໄດ້ອະນຸມັດໃຫ້ຕີມໍເລັສເຕເຂົ້າຮ່ວມກອງປະຊຸມອາຊຽນທັງໝົດ, ລວມທັງກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ, ຍັງຊ່ວຍເຫຼືອປະເທດຕີມໍເລັສເຕໃນການວາງແຜນວາດທີ່ເຂົ້າເປັນປະເທດສະມາຊິກອາຊຽນຢ່າງເປັນທາງການ, ຍັງຈະຍື່ນໃຫ້ກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 42 ເພື່ອຜ່ານຮັບຮອງ. ປະເທດສະມາຊິກອາຊຽນ ແລະຄູ່ຮ່ວມມືທັງໝົດຄວນໃຫ້ການສະໜັບສະໜູນທີ່ຈຳເປັນແກ່ຕີມໍເລັສເຕໃນການເຂົ້າຮ່ວມອາຊຽນຢ່າງເປັນທາງການ.

    ອາຊຽນໄດ້ສ້າງຕັ້ງຂຶ້ນໃນປີ 1967, ປະເທດສະມາຊິກໃນປັດຈຸບັນມີທັງໝົດ 10 ປະເທດ ຄື: ກຳປູເຈຍ, ອິນໂດເນເຊຍ, ໄທ, ສິງກະໂປ, ຟີລິບປິນ, ບຣູໄນ, ມະເລເຊຍ, ຫວຽດນາມ, ລາວ ແລະມຽນມາ.