WHO ໃຫ້ຮູ້ວ່າ: ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີເຖິງ 630.832.131 ກໍລະນີ

2022-11-12 16:16:24 cri


ອົງການອະນາໄມໂລກຫຼື WHO ໄດ້ເປີດເຜີຍຕົວເລກສະຖິຕິຫຼ້າສຸດໃນວັນທີ 11 ພະຈິກ 2022 ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີເຖິງ 630.832.131 ກໍລະນີ.

ອີງຕາມຕົວເລກສະຖິຕິຫຼ້າສຸດຈາກເວັບໄຊ WHO ສະແດງໃຫ້ເຫັນວ່າ: ນັບມາຮອດ 23 ໂມງ 1 ນາທີຂອງວັນທີ 11 ພະຈິກ 2022 ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກໄດ້ເພີ່ມໃໝ່ 26.921 ກໍລະນີເມື່ອທຽບໃສ່ວັນທີ 10 ພະຈິກ 2022, ລວມທັງໝົດມີເຖິງ 630.832.131 ກໍລະນີ; ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19 ໄດ້ເພີ່ມໃໝ່ 330 ຄົນ, ລວມທັງໝົດມີເຖິງ 6.584.104 ຄົນ.