ເຈົ້າໜ້າທີ່ຕຳຫຼວດໄທຮ່ວມກັບອົງການຂ່າວລັບສ້າງຕັ້ງສູນບັນຊາການຮ່ວມເພື່ອຮັບປະກັນຄວາມປອດໄພໃຫ້ກອງປະຊຸມ APEC

2022-11-12 11:43:54 cri

ອີງຕາມສື່ມວນຊົນໄທ Thai PBS  ແຈ້ງຂ່າວໃນວັນທີ 11 ພະຈິກນີ້ໃຫ້ຮູ້ວ່າ: ສຳນັກງານຕຳຫຼວດແຫ່ງຊາດໄທ ແລະອົງການຂ່າວລັບການທະຫານຂອງໄທໄດ້ຮ່ວມມືກັນສ້າງຕັ້ງສູນບັນຊາການຮ່ວມເພື່ອຮັບປະກັນຄວາມປອດໄພ ໃຫ້ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຄັ້ງທີ 29. ມາເຖິງປັດຈຸບັນ, ສູນດັ່ງກ່າວສາມາດເກັບກຳຂໍ້ມູນ ຂ່າວສານໄດ້ຫຼາຍກວ່າ 220.000 ຂໍ້, ເພື່ອຈະຜ່ານຈາກການປະເມີນຂໍ້ມູນ ຂ່າວສານທີ່ກ່ຽວຂ້ອງພ້ອມທັງນຳໃຊ້ມາດຕະການຮັບມືກັບຄວາມສ່ຽງທີ່ມີຢູ່ເພື່ອຮັບປະກັນຄວາມປອດໄພໃຫ້ກອງປະຊຸມ.

ຕາມຂ່າວແຈ້ງວ່າ:  ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມື ເສດຖະກິດອາຊີປາຊີຟິກຫຼືAPEC ຄັ້ງທີ 29 ຈະຈັດຂຶ້ນລະຫວ່າງວັນທີ 18-19 ພະຈິກນີ້ຢູ່ນະຄອນຫຼວງບາງກອກ ປະເທດໄທ.