ຜູ້ເສຍຊີວິດຈາກອຸບັດເຫດຢຽບກັນທີ່ເກີດຂຶ້ນຢູ່ອີເຕວົນຂອງ ສ.ເກົາຫຼີເພີ່ມຂຶ້ນເປັນ 157 ຄົນ

2022-11-13 10:52:29 cri

ວັນທີ 11 ພະຈິກນີ້, ລັດຖະບານ ສ.ເກົາຫຼີແຈ້ງໃຫ້ຮູ້ວ່າ: ມີຜູ້ເສຍຊີວິດຈາກອຸບັດເຫດຢຽບກັນທີ່ເກີດຂຶ້ນຢູ່ອີເຕວົນນະຄອນຫຼວງເຊອູນຂອງ ສ.ເກົາຫຼີ ເພີ່ມອີກຄົນໜຶ່ງ. ນັບມາຮອດມື້ແຈ້ງຂ່າວ, ອຸບັດເຫດດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 157 ຄົນ ແລະບາດເຈັບ 192 ຄົນ.

ຜູ້ເສຍຊີວິດໃນອຸບັດເຫດດັ່ງກ່າວລວມມີຊາວ ສ.ເກົາ 131 ຄົນ ແລະຄົນສັນຊາດຕ່າງປະເທດ 26 ຄົນ. ມາຮອດວັນທີ 11 ພະຈິກນີ້, ຜູ້ເສຍຊີວິດຊາວສ.ເກົາຫຼີສ່ວນໃຫຍ່ໄດ້ຮັບການຊາປະນາກິດສົບແລ້ວ, ສ່ວນຜູ້ເສຍຊີວິດສັນຊາດຕ່າງປະເທດ 23 ຄົນໄດ້ສົ່ງກັບຄືນປະເທດຂອງເຂົາເຈົ້າ.

ໃນຈຳນວນຜູ້ບາດເຈັບ 192 ຄົນ, ມີ 11 ຄົນຍັງນອນປິ່ນປົວຢູ່ໂຮງໝໍ.