ກຳລັງຮັກສາສັນຕິພາບຂອງຈີນປະຈຳມາລີບໍລິຈາກເຄື່ອງໃຫ້ແກ່ໂຮງລ້ຽງເດັກກຳພ້າທ້ອງຖິ່ນ

2022-11-13 10:46:01 cri

ເມື່ອບໍ່ດົນມານີ້, ກຳລັງຮັກສາສັນຕິພາບຂອງຈີນປະຈຳມາລີຊຸດທີ 10 ພ້ອມກັບກຳລັງຮັກສາສັນຕິພາບ 10 ກວ່າສາຂາຢູ່ເຂດຄ້າຍທະຫານປະຈຳການ ຮ່ວມກັນໄປບໍລິຈາກເຄື່ອງຢູ່ໂຮງລ້ຽງເດັກກຳພ້າໃນທ້ອງຖິ່ນດັ່ງກ່າວ ໂດຍໄດ້ບໍລິຈາກອາຫານ, ຢາປິ່ນປົວ, ອຸປະກອນການຮຽນ ແລະອື່ນໆ. ຜູ້ຮັບຜິດຊອບໂຮງລ້ຽງເດັກກຳພ້າໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຄວາມຂອບອົກຂອບໃຈຕໍ່ນາຍ ແລະພົນທະຫານກຳລັງຮັກສາສັນຕິພາບຂອງຈີນ.

ນັບແຕ່ເລີ່ມສົ່ງກຳລັງຮັກສາສັນຕິພາບໄປປະຕິບັດໜ້າທີ່ຢູ່ມາລີໃນປີ 2013 ເປັນຕົ້ນມາ, ກຳລັງຮັກສາສັນຕິພາບຂອງຈີນປະຈຳມາລີ ໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ທ້ອງຖິ່ນດັ່ງກ່າວດ້ວຍຮູບການຕ່າງໆໃນທຸກໆປີ ເຊິ່ງໄດ້ສ້າງພາບພົດທີ່ດີໃຫ້ກັບກອງທັບຈີນຢູ່ໃນໃຈຂອງປະຊາຊົນທ້ອງຖິ່ນ ທີ່ເປັນກອງທັບແຫ່ງສັນຕິພາບ ແລະກອງທັບແຫ່ງຄວາມສີວິໄລ.