ກອງປະຊຸມສຸດຍອດອຸດສາຫະກຳການຄ້າກຸ່ມ 20 ປະເທດໄຂຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ

2022-11-13 14:42:32 cri

ວັນທີ 13 ພະຈິກນີ້, ກອງປະຊຸມສຸດຍອດອຸດສາຫະກຳການຄ້າກຸ່ມ 20 ປະເທດປີ 2022 ໄຂຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ, ກອງປະຊຸມຈະດຳເນີນໄປເປັນເວລາ 2 ວັນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການປະດິດສ້າງໃໝ່, ຮັກສາການເຕີບໂຕແບບກວມລວມ ແລະ ປະສານງານກັນ”.

ໃນຖານະເປັນກິດຈະກຳທີ່ສົມຄູ່ກັນອັນສຳຄັນຂອງກົນໄກກຸ່ມ 20 ປະເທດ, ກອງປະຊຸມສຸດຍອດອຸດສາຫະກຳການຄ້າກຸ່ມ 20 ປະເທດແມ່ນເວທີສຳຄັນສຳລັບວົງການອຸດສາຫະກຳການຄ້າຂອງປະເທດຕ່າງໆ ເຂົ້າຮ່ວມການບໍລິຫານ ເສດຖະກິດທົ່ວໂລກ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ. ຜູ້ນຳປະເທດສະມາຊິກຈຳນວນໜຶ່ງຂອງກຸ່ມ 20 ປະເທດ, ບຸກຄົນອາວຸໂສຈາກວົງການອຸດສາຫະກຳການຄ້າ ແລະ ຜູ້ນຳອຸດສາຫະກຳການຄ້າທີ່ປະກອບຄວາມເຫັນໃນກອງປະຊຸມ 1.000 ກວ່າທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ ແລະ ເປິກສາຫາລືກັນ ໂດຍປິ່ນອ້ອມຫົວຂໍ້ການພັດທະນາແບບຍືນຍົງ, ຫຼຸດການປ່ອຍກາກບອນ, ຊຸກຍູ້ການພັດທະນາເສດຖະກິດດ້ວຍການປະດິດສ້າງໃໝ່ທາງວິທະຍາສາດເຕັກໂນໂລຊີ, ການປະຕິຮູບພະລັງງານ ແລະອື່ນໆ.