ນະຄອນຫຼວງບາງກອກຂອງໄທຈັດການສະແດງໄຟແສງສີ ເພື່ອຕ້ອນຮັບກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກ

2022-11-13 15:20:29 cri

ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກ ຫຼື APEC ຄັ້ງທີ 29 ຈະຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທລະຫວ່າງວັນທີ 18 ຫາ 19 ພະຈິກນີ້. ເມື່ອຮອດເວລານັ້ນ, ຈະມີຜູ້ນຳ ຫຼື ຜູ້ຕາງໜ້າຂອງ 21 ສະມາຊິກອົງການເອເປັກເຂົ້າຮ່ວມກອງປະຊຸມ.

ເພື່ອຕ້ອນຮັບຜູ້ນຳກຸ່ມເສດຖະກິດຕ່າງໆ ແລະ ຜູ້ຕາງໜ້າປະເທດຕ່າງໆທີ່ມາເຂົ້າຮ່ວມກອງປະຊຸມ ແລະ ນັກທ່ອງທ່ຽວທົ່ວໂລກ, ກະຊວງທ່ອງທ່ຽວ ແລະ ກິລາຂອງໄທ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງໄທ ຈັດການສະແດງໄຟແສງສີຢູ່ຕາມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ຂົວໃຫຍ່ຫຼາຍແຫ່ງ ຕາມລຳແມ່ນ້ຳ ເຈົ້າພະຍາລະຫວ່າງວັນທີ 12 ຫາ 27 ພະຈິກນີ້.