ຈີນຍິນດີສະໜອງພະລັງຊຸກດັນໃໝ່ໃຫ້ແກ່ການລົງເລິກການຮ່ວມມື 10+3 ຈາກການພັດທະນາຂອງຕົນ

2022-11-13 11:26:03 CRI

ວັນທີ 12 ພະຈິກນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ກ່າວເນັ້ນໜັກໃນຂະນະທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຫຼື 10+3 ຄັ້ງທີ 25 ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍວ່າ: ການເປີດປະຕູສູ່ພາຍນອກຂອງຈີນ ຈະຂະຫຍາຍກວ້າງອອກເລື້ອຍໆຢ່າງແນ່ນອນ, ຈີນຍິນດີສ້າງໂອກາດໃໝ່ໃຫ້ແກ່ປະເທດຕ່າງໆຢູ່ໃນໂລກ ຈາກການພັດທະນາຂອງຕົນ ແລະ ກໍຍິນດີສະໜອງພະລັງຊຸກດັນໃໝ່ໃຫ້ແກ່ ການລົງເລິກການຮ່ວມມື  10+3.

ທ່ານຫຼີເຄີ້ສຽງກ່າວຕື່ມວ່າ:  10+3 ແມ່ນຊ່ອງທາງຫຼັກຂອງການຮ່ວມມືອາຊີຕາເວັນອອກ. ພວກເຮົາຕ້ອງເພີ່ມທະວີໃນການສົ່ງເສີມການຮ່ວມມືກັນ, ຮັກສາຕ່ອງໂສ້ອຸດສາຫະກຳການຜະລິດ ແລະ ຕ່ອງໂສ້ການສະໜອງໃຫ້ມີຄວາມໝັ້ນທ່ຽງແລະລຸລ່ວງດີ ເພື່ອຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ກໍຄືຂອງໂລກ.

ທ່ານຫຼີເຄີ້ສຽງໄດ້ໃຫ້ຂໍ້ສະເໜີ 5 ຂໍ້ ຄື: ໜຶ່ງ, ຮັກສາຂະບວນການເຊື່ອມໂຍງເສດຖະກິດຂອງພາກພື້ນ, ຊຸກຍູ້ໃຫ້ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ມີຜົນບັງຄັບໃຊ້ຢ່າງຮອບດ້ານ. ສອງ, ຮັກສາຕ່ອງໂສ້ອຸດສາຫະກຳການຜະລິດ ແລະ ຕ່ອງໂສ້ການສະໜອງໃຫ້ມີຄວາມໝັ້ນທ່ຽງ, ຊຸກຍູ້ການປັບປຸງ ແລະ ຍົກລະດັບສອງຕ່ອງໂສ້ດັ່ງກ່າວ. ສາມ, ຍົກສູງຄວາມສາມາດໃນການຮັບມືກັບວິກິດການ. ສີ່, ລົງເລິກການແລກປ່ຽນດ້ານວັດທະນະທຳ ແລະ ຫ້າ, ໜູນຊ່ວຍການພັດທະນາແບບຍືນຍົງ.

ບັນດາທ່ານຜູ້ນຳທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຕ່າງກໍກ່າວວ່າ: ຝ່າຍຕ່າງໆ ຄວນຮັດແໜ້ນຄວາມສາມັກຄີ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ການເຊື່ອມໂຍງໃນພາກພື້ນ, ຮ່ວມກັນຮັບມືກັບສິ່ງທ້າທາຍລະດັບໂລກ ແລະ ຊຸກຍູ້ການຮ່ວມມື 10+3 ໃຫ້ໄດ້ຮັບໝາກຜົນທີ່ໃຫຍ່ຫຼວງກວ່າເກົ່າ.