ຍານອະວະກາດທ່ຽນໂຈ່ວ 5 ເຊື່ອມຕໍ່ກັບຫ້ອງແກນກາງຂອງສະຖານີອະວະກາດຈີນພາຍໃນ 2 ຊົ່ວໂມງ ຫຼັງສົ່ງຂຶ້ນສູ່ອະວະກາດ

2022-11-13 14:46:08 cri

ເວລາ 10 ໂມງ 3 ນາທີຂອງວັນທີ 12 ພະຈິກນີ້, ຍານອະວະກາດບັນທຸກເຄື່ອງຂອງທ່ຽນໂຈ່ວ 5 ໄດ້ບັນທຸກເຄື່ອງຂອງເຕັມຍານບິນຂຶ້ນສູ່ທ້ອງຟ້າ ແລະ ໄດ້ເຊື່ອມຕໍ່ກັບຫ້ອງແກນກາງທ່ຽນເຫີຂອງສະຖານີອະວະກາດຈີນຢ່າງວ່ອງໄວ ເຊິ່ງໄດ້ບັນລຸການເຊື່ອມຕໍ່ແບບອັດຕະໂນມັດວ່ອງໄວ ພາຍໃນ 2 ຊົ່ວໂມງ ຫຼັງສົ່ງຂຶ້ນສູ່ອະວະກາດ ແລະ ໄດ້ສ້າງສະຖິຕິໃໝ່ຂອງໂລກ. ຍານອະວະກາດບັນທຸກເຄື່ອງຂອງທ່ຽນໂຈ່ວ 5 ໄດ້ສົ່ງເຄື່ອງຂອງຈາກໂລກໄປໃຫ້ຈຸນັກບິນອະວະກາດຂອງຍານອະວະກາດເສິນໂຈ່ວ 14  ແລະ ຈຸນັກບິນອະວະກາດເສິນໂຈ່ວ 15 ທີ່ຈະຂຶ້ນໄປຕາມຫຼັງ.

ການເຊື່ອມຕໍ່ແບບວ່ອງໄວພາຍໃນ 2 ຊົ່ວໂມງແບບນີ້ ມີຄວາມໝາຍຕົວຈິງທີ່ສຸດ ຕໍ່ການດຳເນີນງານຢູ່ຕາມວົງໂຄຈອນຢ່າງຖາວອນຂອງສະຖານີອະວະກາດຈີນ, ສາມາດຍົກຄວາມສາມາດໃນການຊ່ວຍເຫຼືອສຸກເສີນທາງອະວະກາດຂອງຈີນໃຫ້ສູງຂຶ້ນຢ່າງຫຼວງຫຼາຍ ແລະ ຈະຫຼຸດເວລາຂົນສົ່ງທາງອະວະກາດໃຫ້ໜ້ອຍລົງຢ່າງຫຼວງຫຼາຍ ເຊິ່ງອາດຈະສາມາດຂົນສົ່ງເຄື່ອງທົດລອງປະເພດສົດ ແລະ ມີຊີວິດໃນອະນາຄົດ. ຖ້າເຕັກນິກດັ່ງກ່າວຖືກນຳໃຊ້ເຂົ້າໃນການສົ່ງຍານອະວະກາດບັນທຸກຄົນເສິນໂຈ່ວ, ຈະສາມາດຫຼຸດເວລາບິນຂອງນັກບິນອະວະກາດໃຫ້ໜ້ອຍລົງຢ່າງຫຼວງຫຼາຍ ແລະ ໃຫ້ນັກບິນອະວະກາດສາມາດເຂົ້າສູ່ສະຖານີອະວະກາດໄດ້ໂດຍໄວ.