ເລື່ອງລາວຂອງນັກທຸລະກິດຊອກດານີ

2022-11-13 15:11:27 CRI


    ເມື່ອທ່ານ ໂມຮາມມັດ ນາເຊີ ນັກທຸລະກິດຊອກດານີມາຮອດເມືອງຢິ້ອູ່ຂອງຈີນໃນປີ 2002, ລາວໄດ້ເອົາເງິນ 30.000 ຢວນມານຳ. ລາວໄດ້ອາໄສຕະຫຼາດສິນຄ້າຂະໜາດນ້ອຍແລະການ ຈໍລະຈອນສິນຄ້າຢູ່ທ້ອງຖິ່ນ, ຂາຍສິນຄ້າຂະໜາດນ້ອຍຂອງເມືອງຢີ້ອູ່ໄປຫາແຫ່ງຕ່າງໆຢູ່ໃນໂລກ ແລະມາຮອດປີກາຍນີ້ ມູນຄ່າຂາອອກຂອງລາວມີຫຼາຍກວ່າ 130.000.000 ໂດລາສະຫະລັດ.


    ທ່ານ ໂມຮາມມັດ ນາເຊີ ຄິດວ່າ, ຕ້ອງພະຍາຍາມຢູ່ຕະຫຼອດ, ມີແຕ່ພະຍາຍາມຈຶ່ງສາມາດປະສົບຜົນສຳເລັດໄດ້.


    ມາຕິດຕາມນໍາກັນເບິ່ງວ່າ, ເລື່ອງລາວຂອງພວກເຂົາເຈົ້າຈະເປັນຄືແນວໃດ?


     #ໂລກແຫ່ງການເປີດກວ້າງ, ທຸກຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດ