ບຸກຄົນຫຼາຍປະເທດຊັກຖາມປະເທດທີ່ພັດທະນາແລ້ວຈະປະຕິບັດຄຳໝັ້ນສັນຍາໃນເວລາໃດ

2022-11-14 15:47:19 cri

ກອງປະຊຸມຝ່າຍເຊັນ “ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ” ຄັ້ງທີ 27 ພວມຈັດຂຶ້ນຢູ່ເອຢິບ. ບຸກຄົນຫຼາຍປະເທດທີ່ເຂົ້າຮ່ວມປະຊຸມຊີ້ອອກວ່າ, ໃນກອງປະຊຸມການປ່ຽນແປງດິນຟ້າອາກາດອົງການສະຫະປະຊາຊາດທີ່ຈັດຂຶ້ນຢູ່ໂກເປັນຮາກ, ປະເທດດານມາກໃນປີ 2009 ປະເທດທີ່ພັດທະນາແລ້ວໄດ້ໃຫ້ຄຳໝັ້ນສັນຍາວ່າ: ຮອດປີ 2020 ຈະສະໜອງການສະໜັບສະໜູນດ້ານເງິນທຶນ 100 ຕື້ໂດລາໃຫ້ແກ່ປະເທດທີ່ພວມພັດທະນາ, ແຕ່ຈົນຮອດປັດຈຸບັນຍັງບໍ່ໄດ້ສະໜອງໃຫ້. ບຸກຄົນທີ່ເຂົ້າຮ່ວມປະຊຸມຈຶ່ງພາກັນຮຽກຮ້ອງໃຫ້ປະເທດພັດທະນາແລ້ວປະຕິບັດຕາມຄຳໝັ້ນສັນຍາໃນບັນຫາດິນຟ້າອາກາດ, ຫາກບໍ່ແມ່ນເວົ້າແບບນ້ຳເຕົ້າເປົ່າ.


ນັບແຕ່ວິກິດການອູແກຣນຮ້າຍແຮງຂຶ້ນເປັນຕົ້ນມາ, ເພື່ອຮັບມືກັບສະພາບຫຍຸ້ງຍາກດ້ານພະລັງງານ ແລະ ການເງິນ, ປະເທດຕາເວັນຕົກສ່ວນໜຶ່ງຫັນໄປຜະລິດໄຟຟ້າດ້ວຍຖ່ານຫີນຄືນໃໝ່. ການກະທຳຖອຍຫຼັງຂອງຝ່າຍຕາເວັນຕົກ ແບບນີ້ໄດ້ຖືກຕິຕຽນຈາກບຸກຄົນທີ່ເຂົ້າຮ່ວມປະຊຸມ, ມີຜູ້ຕາງໜ້າກ່າວວ່າ: ແຕ່ລະປະເທດກໍມີບັນຫາທີ່ຕ້ອງແກ້ໄຂກ່ອນໝູ່, ແຕ່ໃນບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະເທດທັງຫຼາຍຄວນປະຕິບັດໃນແງ່ທີ່ລື່ນກາຍປະເທດຕົນ.