ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ

2022-11-14 21:35:34 cri


ຕອນບ່າຍວັນທີ 14 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາຢູ່ເກາະບາຫຼີປະເທດອິນໂດເນເຊຍ.

ທ່ານສີຈິ້ນຜິງກ່າວວ່າ: ຂ້າພະເຈົ້າຍິນດີຮ່ວມກັບທ່ານປະທານາທິບໍດີແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຍຸດທະສາດຂອງສາຍພົວພັນຈີນ-ອາເມຣິກາ ແລະບັນຫາສໍາຄັນໃນພາກພື້ນ ກໍຄືທົ່ວໂລກຢ່າງເປີດໃຈ, ລົງເລິກ ແລະສະເໝີຕົ້ນສະເໝີປາຍ. ຂ້າພະເຈົ້າກໍຄອງຄອຍຮ່ວມກັບທ່ານປະທານາທິບໍດີ ທໍາຄວາມພະຍາຍາມນໍາກັນ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງການພັດທະນາທີ່ປອດໃສ ແລະໝັ້ນທ່ຽງ, ສ້າງຄວາມຜາສຸກໃຫ້ແກ່ສອງປະເທດ, ນໍາເອົາຜົນປະໂຫຍດໃຫ້ແກ່ທົ່ວໂລກ.

ທ່ານໂຈ ໄບເດັນກ່າວວ່າ: ພວກຂ້າພະເຈົ້າມີໜ້າທີ່ຮັບຜິດຊອບໃນການສະແດງໃຫ້ໂລກເຫັນວ່າ: ອາມເຣິກາແລະຈີນມີຄວາມສາມາດດ້ານການຄວບຄຸມຄວາມຂັດແຍ້ງກັນ, ຫຼີກເວັ້ນບໍ່ໃຫ້ການແຂ່ງຂັນກັນກາຍເປັນການປະທະກັນ ແລະພະຍາຍາມດຳເນີນການຮ່ວມມືໃນບັນຫາໂລກທີ່ຮີບດ່ວນ. ທ່ານປະທານສີຈິ້ນຜິງ, ຂ້າພະເຈົ້າຄອງຄອຍມີການສົນທະນາຢ່າງຕໍ່ເນື່ອງ, ເປີດກວ້າງແລະຈິງໃຈແບບເມື່ອກ່ອນ.