ວົງການຕ່າງໆຂອງໄທ:ຈີນເສີມຂະຫຍາຍບົດບາດສຳຄັນໃນການຮ່ວມມືທົ່ວໂລກ

2022-11-14 15:51:14 cri

ກອງປະຊຸມຜູ້ນຳເສດຖະກິດຂອງອົງການເອເປັກ ຈະຈັດຂຶ້ນຢູ່ບາງກອກ ນະຄອນຫຼວງຂອງໄທລະຫວ່າງວັນທີ 18 ຫາ 19 ພະຈິກນີ້. ບຸກຄົນຫຼາຍທ່ານຂອງໄທກ່າວວ່າ, ຈີນເປັນປະເທດສຳຄັນສຳລັບການຄ້າ ແລະ ວຽກງານຂອງໂລກ, ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮ່ວມມືທົ່ວໂລກ.


ທ່ານນາງຍຸວະດີ ຄາດການໄກ ປະທານປະຕິບັດງານຂອງສະຖາບັນຄົ້ນຄວ້າຄັງປັນຍາຍຸດທະສາດແຫ່ງຊາດໄທກ່າວວ່າ:ປີນີ້ແມ່ນຈີນ ກັບ ໄທສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 10 ປີ. ການມາຢ້ຽມຢາມໄທຂອງທ່ານປະທານ ສີຈິ້ນຜິງ ປະທານປະເທດຈີນ ຈະມີຄວາມໝາຍສຳຄັນຕໍ່ກອງປະຊຸມເທື່ອນີ້, ຈີນຈະເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນບັນຫາການຟື້ນຟູເສດຖະກິດໃນພາກພື້ນ ແລະ ໃນໂລກ.


ທ່ານຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າໄທກ່າວວ່າ: ຂ້າພະເຈົ້າຄອງຄອຍຈີນເສີມຂະຫຍາຍບົດບາດໃນຖານະທີ່ເປັນສະມາຊິກສຳຄັນຂອງອົງການ APEC ຢ່າງຫຼວງຫຼາຍ ເພື່ອພ້ອມກັນຊຸກຍູ້ກອງປະຊຸມເທື່ອນີ້ຈັດຂຶ້ນຢ່າງສຳເລັດຜົນ. ໃນຖານະເປັນລັດຖະມົນຕີກະຊວງການຄ້າ, ຂ້າພະເຈົ້າຮູ້ສຶກຢ່າງເລິກເຊິ່ງວ່າ: ຈີນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນດ້ານການຄ້າ ແລະ ວຽກງານຂອງໂລກ, ພວກຂ້າພະເຈົ້າມີຄວາມໝັ້ນໃຈຢ່າງເຕັມທີ່ຕໍ່ການພັດທະນາຂອງຈີນໃນອະນາຄົດ.