ຟິມສາລະຄະດີຫົວຂໍ້ສະເພາະ “ສໍານວນເກົ່າທີ່ທ່ານ ສີຈິ້ນຜິງ ມັກ ” ສະບັບພາສາອິນໂດເນເຊຍ, ພາສາໄທ ແລະຟິມສາລະຄະດີບັນທຶກເຫດການ “ປະເທດຈີນບົນຂະບວນການໃໝ່” ເລີ່ມອອກອາກາດ

2022-11-14 21:46:38 CRI

 

    ວັນທີ 14 ພະຈິກນີ້, ເນື່ອງໃນໂອກາດທ່ານ ສີຈິ້ນຜິງ ປະທານປະເທດຈີນ ອອກເດີນທາງໄປປະເທດອິນໂດເນເຊຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G20 ແລະເດີນທາງໄປໄທເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ ແລະຢ້ຽມຢາມປະເທດໄທ, ພິທີເລີ່ມອອກອາກາດຂອງຟິມສາລະຄະດີຫົວຂໍ້ສະເພາະ “ສໍານວນເກົ່າທີ່ທ່ານ ສີຈິ້ນຜິງ ມັກ” ສະບັບພາສາອິນໂດເນເຊຍ, ພາສາໄທ ແລະຟິມສາລະຄະດີບັນທຶກເຫດການ “ປະເທດຈີນບົນຂະບວນການໃໝ່” ທີ່ຖ່າຍທໍາໂດຍສະຖານີວິທະຍຸໂທລະພາບສູນກາງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ. ທ່ານ ເຊີ້ນໄຫຊົງ ຫ້ອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ທັງເປັນຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະກ່າວຄໍາປາໄສ. ຜູ້ອຳນວຍການໃຫຍ່ຂອງສະຖານີໂທລະພາບ ແລະຜູ້ຮັບຜິດຊອບສື່ມວນຊົນສໍາຄັນຂອງປະເທດອິນໂດເນເຊຍ, ໄທ, ກໍາປູເຈຍ, ອິນເດຍ, ລາວ, ນີເຊຣີ, ປາກີສະຖານ, ສີລັງກາ ແລະ ຕູຣາເຄຍໄດ້ເຂົ້າຮ່ວມພິທີຜ່ານທາງອອນລາຍ.

 


    ນັບແຕ່ວັນທີ 14 ພະຈິກເປັນຕົ້ນໄປ, ຟິມສາລະຄະດີເລື່ອງ “ສໍານວນ ເກົ່າທີ່ທ່ານ ສີຈິ້ນຜິງ ມັກ” ສະບັບພາສາອິນໂດເນເຊຍ, ພາສາໄທ ຕ່າງຈະໄດ້ອອກອາກາດຢູ່ສະຖານີໂທລະພາບແຫ່ງຊາດອິນໂດເນເຊຍ ແລະ ສະຖານີໂທລະພາບຊົນເຜົ່າໄທ. ຟິມສາລະຄະດີນີ້ໄດ້ຄັດເລືອກສໍານວນສະໄໝບູຮານ ແລະ ນິທານອໍາມະຕະທີ່ທ່ານປະທານ ສີຈິ້ນຜິງ ເຄີຍໄດ້ນໍາເອົາມາເວົ້າເຖິງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເຂົ້າໃຈອັນເລິກເຊິ່ງຂອງທ່ານປະທານ ສີຈິ້ນຜິງ ທີ່ມີຕໍ່ວັດທະນະທໍາອັນເປັນມູນເຊື້ອອັນດີງາມຂອງຈີນ ແລະສະຕິປັນຍາດ້ານການບໍລິຫານປະເທດຂອງທ່ານປະທານ ສີຈິ້ນຜິງ.

 

    ຟິມສາລະຄະດີບັນທຶກເຫດການເລື່ອງ “ປະເທດຈີນບົນຂະບວນການໃໝ່” ຫຼາຍພາສາ ແມ່ນສະຖານີວິທະຍຸໂທລະພາບສູນກາງຈີນ ແລະສະຖານີໂທລະພາບຂອງ 8 ປະເທດຮ່ວມກັນຖ່າຍທໍາ, ໂດຍຜ່ານເລື່ອງລາວທີ່ມີຊີວິດຊີວາຕ່າງໆ, ສະແດງໃຫ້ເຫັນເຖິງປະເທດຈີນໄດ້ຄົ້ນຄວ້າຢ່າງບໍ່ລົດລະເພື່ອບັນລຸຄວາມທັນສະໄໝແບບຈີນ. ນັບແຕ່ວັນທີ 14 ພະຈິກນີ້ເປັນຕົ້ນໄປ, ສາລະຄະດີດັ່ງກ່າວຈະເລີ່ມອອກອາກາດຢູ່ຊ່ອງໂທລະພາບຂອງປະເທດໄທ, ກໍາປູເຈຍ, ອິນເດຍ, ລາວ, ນີເຊຣີ, ປາກີສະຖານ, ສີລັງກາ ແລະ ຕູຣາເຄຍເປັນຕົ້ນ.