ທ່ານ ສີຈິ້ນຜິງ ກ່າວວ່າ: ຄວນຊອກພົບທິດທາງຖືກຕ້ອງຂອງການພັດທະນາສາຍພົວພັນຈີນ-ອາເມຣິກາ

2022-11-14 20:08:05 CRI

 

    ຕອນບ່າຍວັນທີ 14 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາຢູ່ເກາະບາຫຼີປະເທດອິນໂດເນເຊຍ.

    ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ສະພາບການກ່ຽວກັບສາຍພົວພັນຈີນ-ອາເມຣິກາ ບໍ່ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງຊາດ ແລະປະຊາຊົນສອງປະເທດ, ບໍ່ສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຄົມໂລກ. ໃນຖານະເປັນຜູ້ນໍາຂອງປະເທດໃຫຍ່ສອງປະເທດຈີນ-ອາເມຣິກາ, ພວກເຮົາຄວນເສີມຂະຫຍາຍບົດບາດທີ່ໃຫ້ທິດຊີ້ທາງ, ຄວນຊອກພົບທິດທາງທີ່ຖືກຕ້ອງຂອງການພັດທະນາສາຍພົວພັນລະຫວ່າງສອງປະເທດ, ຊຸກຍູ້ການຍົກສູງສາຍພົວພັນຈີນ-ອາເມຣິກາ. ນັກການເມືອງຕ້ອງພິຈາລະນາ ແລະຮູ້ດີຕໍ່ທິດທາງການພັດທະນາຂອງປະເທດຕົນ, ພ້ອມທັງຕ້ອງພິຈາລະນາ ແລະຮູ້ດີຕໍ່ວິທີຢູ່ຮ່ວມກັນກັບປະເທດອື່ນ ກໍຄືໂລກ.

    ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ປັດຈຸບັນ, ສັງຄົມມະນຸດພວມຜະເຊີນກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ, ໂລກກໍາລັງຢືນຢູ່ທາງສີ່ແຍກ. ປະຊາຄົມໂລກຄອງຄອຍໂດຍທົ່ວໄປຕໍ່ຈີນ ແລະອາເມຣິກາຈັດການກ່ຽວກັບສາຍພົວພັນສອງຝ່າຍໃຫ້ດີ. ການພົບປະລະຫວ່າງພວກເຮົາໃນມື້ນີ້ແມ່ນປະຈັກຕາຊາວໂລກ. ພວກເຮົາຄວນຮ່ວມກັບບັນດາປະເທດ, ເພີ່ມຄວາມຫວັງໃຫ້ແກ່ສັນຕິພາບໂລກ, ເພີ່ມຄວາມໝັ້ນໃຈໃຫ້ແກ່ສະຖຽນລະພາບທົ່ວໂລກ, ເພີ່ມພະລັງຂັບເຄື່ອນໃຫ້ແກ່ການພັດທະນາຮ່ວມ. ຂ້າພະເຈົ້າຍິນດີຮ່ວມກັບທ່ານປະທານາທິບໍດີແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຍຸດທະສາດຂອງສາຍພົວພັນຈີນ-ອາເມຣິກາ ແລະບັນຫາສໍາຄັນໃນພາກພື້ນ ກໍຄືທົ່ວໂລກຢ່າງເປີດໃຈ, ລົງເລິກ ແລະສະເໝີຕົ້ນສະເໝີປາຍ. ຂ້າພະເຈົ້າກໍຄອງຄອຍຮ່ວມກັບທ່ານປະທານາທິບໍດີ ທໍາຄວາມພະຍາຍາມນໍາກັນ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງການພັດທະນາທີ່ປອດໃສ ແລະໝັ້ນທ່ຽງ, ສ້າງຄວາມຜາສຸກໃຫ້ແກ່ສອງປະເທດ, ນໍາເອົາຜົນປະໂຫຍດໃຫ້ແກ່ທົ່ວໂລກ.

    ທ່ານໂຈ ໄບເດັນກ່າວວ່າ: ສາຍພົວພັນອາເມຣິກາ-ຈີນພັດທະນາແນວໃດ, ແມ່ນມີຄວາມສຳຄັນຕໍ່ທິດທາງອະນາຄົດຂອງໂລກ. ອາເມຣິກາ ແລະຈີນມີໜ້າທີ່ຮັບຜິດຊອບສະແດງໃຫ້ໂລກເຫັນວ່າ, ອາເມຣິກາ ແລະຈີນສາມາດຄຸ້ມຄອງ ແລະຄວບຄຸມຂໍ້ຂັດແຍ້ງໄດ້, ຫຼີກລ່ຽງ ແລະສະກັດກັ້ນບໍ່ໃຫ້ຄວາມເຂົ້າໃຈຜິດ, ການຕັດສິນທີ່ຜິດພາດ ແລະການແຂ່ງຂັນທີ່ດຸເດືອດກາຍເປັນການປໍລະປັກກັນ ຈົນເຖິງການປະທະກັນ. ລັດຖະບານອາເມຣິກາປະຕິບັດຕາມນະໂຍບາຍປະເທດຈີນດຽວ, ບໍ່ສະແຫວງຫາການນຳໃຊ້ບັນຫາໄຕ້ຫວັນເປັນເຄື່ອງມືທີ່ສະກັດກັ້ນປະເທດຈີນ ແລະຫວັງວ່າຊ່ອງແຄບໄຕ້ຫວັນມີສັນຕິພາບ ແລະສະຖຽນລະພາບ.