ວົງການຕ່າງໆຂອງອິນໂດເນເຊຍຄອງຄອຍແຜນການຈີນໃນກອງປະຊຸມສຸດຍອດກຸ່ມ G20

2022-11-14 15:52:29 cri

    ທ່ານສີຈິ້ນຜີງ ປະທານປະເທດຈີນຈະເດິນທາງໄປເກາະບາຫຼີຂອງອິນໂດເນເຊຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20 ໃນລະຫວ່າງວັນທີ14-17ພະຈິກນີ້. ບຸກຄົນວົງການຕ່າງໆຂອງອິນໂດເນເຊຍກ່າວວ່າ: ເຂົາເຈົ້າຄອງຄອຍທ່ານປະທານ ສີຈິ້ນຜີງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ ແລະຫວັງວ່າຈະສາມາດຮັບຮູ້ແຜນການຈີນຫຼາຍກວ່າເກົ່າຜ່ານກອງປະຊຸມສຸດຍອດກຸຸ່ມ G20.


    ທ່ານເຊັດຢາ ອູຕາມາ ເລຂາຂອງລັດຖະມົນຕີກະຊວງເລຂາລັດຖະກິດອິນໂດເນເຊຍກ່າວວ່າ: ທ່ານສີຈິ້ນຜີງ ປະທານປະເທດຈີນເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ຈະສາມາດເພີ່ມທະວີການຮ່ວມມືລະຫວ່າງອິນໂດເນເຊຍ-ຈີນ, ເຊື່ອໝັ້ນວ່າທົ່ວໂລກກໍຫວັງວ່າກອງປະຊຸມສຸດຍອດກຸ່ມ G20 ຈະປະສົບຜົນສຳເລັດທີ່ອຸດົມສົມບູນ.


    ທ່ານເອມາ ປາຊາ ອາມັງກູ ຮອງປະທານບໍລິສັດສື່ປະສົມ ໜັງສືພິມ ຈາວາ ໂພສຕ໌ກ່າວວ່າ: ພວກເຮົາຄອງຄອຍກອງປະຊຸມສຸດຍອດກຸ່ມ G20ຄັ້ງນີ້, ໜັງສືພິມ ຈາວາ ໂພສຕ໌ສົນໃຈເປັນຢ່າງສູງຕໍ່ທ່ານປະທານສີຈິ້ນຜີງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້. ກອງປະຊຸມສຸດຍອດກຸ່ມ G20 ຈະເປັນຈຸດເລີ່ມຕົ້ນອັນໃໝ່, ພວກເຮົາຈະເກາະແຂນກັນເດີນທາງກ້າວໄປໜ້າ ແລະຮ່ວມກັນຟື້ນຟູເສດຖະກິດຄືນໃໝ່.