ກອງປະຊຸມຝ່າຍເຊັນສົນທິສັນຍາດິນບໍລິເວນນ້ຳຄັ້ງທີ14ໄດ້ຮັບໝາກຜົນສຳຄັນຫຼາຍ

2022-11-14 15:29:57 cri


   ກອງປະຊຸມຝ່າຍເຊັນ“ສົນທິສັນຍາດິນບໍລິເວນນ້ຳ”ຄັ້ງທີ14ໄດ້ສຳເລັດວາລະປະຊຸມຕ່າງໆ ໂດຍໄດ້ອັດລົງໃນວັນທີ13ພະຈິກນີ້.ກອງປະຊຸມໄດ້ກ້າວເຖິງຂັ້ນເຊັນ“ຖະແຫຼງການອູຮັ້ນ”, “ໂຄງຮ່າງຍຸດທະສາດອະນຸລັກດິນບໍລິເວນນ້ຳທົ່ວໂລກປີ2025-2030” ແລະ ໝາກຜົນສຳຄັນອື່ນໆຫຼາຍຂໍ້.


   “ໂຄງຮ່າງຍຸດທະສາດອະນຸລັກດິນບໍລິເວນນ້ຳທົ່ວໂລກປີ2025-2030”ລະບຸໄວ້ຢ່າງຈະແຈ້ງວ່າ: ຕ້ອງເລັ່ງລັດຊຸກຍູ້ການເຄື່ອນໄຫວປ້ອງກັນແລະຟື້ນຟູດິນບໍລິເວນນ້ຳ,ສະກັດກັ້ນບໍ່ໃຫ້ດິນບໍລິເວນນ້ຳຊຸດໂຊມລົງ, ພ້ອມທັງຈະເພີ່ມທະວີການຮ່ວມມືສາກົນ ເຊິ່ງລວມທັງການສ້າງຄວາມສາມາດ,ການຮ່ວມມືແລະການແລກປ່ຽນທາງດ້ານເຕັກນິກວິທະຍາສາດ ແລະອື່ນໆ. ການວາງແຜນຍຸດທະສາດຈະປະສານສົມທົບຢ່າງເຕັມທີ່ກັບຄວາມຄືບໜ້າຫຼ້າສຸດໃນດ້ານຕ່າງໆເຊັ່ນ: ວາລະການພັດທະນາແບບຍືນຍົງທົ່ວໂລກ,ຂອບຊີວະນານາພັນທົ່ວໂລກ ແລະເປົ້າໝາຍການປ່ຽນແປງຂອງດິນຟ້າອາກາດ.