ທ່ານຫຼີເຄີ້ສຽງພົບກັບປະເລຂາທິການໃຫຍ່ອົງການສະຫະປະຊາຊາດ

2022-11-14 10:02:42 cri

ຕອນບ່າຍວັນທີ 13 ພະຈິກນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານອັນໂຕນີໂອ ກູເຕີເຣັດສ໌ ເລຂາທິການໃຫຍ່ອົງການສະຫະປະຊາຊາດ.


ທ່ານຫຼີເຄີ້ສຽງກ່າວວ່າ: ອົງການສະຫະປະຊາຊາດແມ່ນອົງການສຳຄັນທີ່ສຸດທີ່ຮັກສາລັດທິຫຼາຍຝ່າຍ.ພາຍໃຕ້ສະພາບການໃນປັດຈຸບັນ, ການຮັກສາລັດທິຫຼາຍຝ່າຍ, ເວົ້າຢ່າງເຖິງກົກເຖິງຮາກແລ້ວ ແມ່ນຕ້ອງຮັກສາວັດຖຸປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ຮັກສາບົດບາດອິດທິພົນໃນການແກ້ໄຂວຽກງານສາກົນຂອງອົງການສະຫະປະຊາຊາດ. ຈີນຍ້ອງຍໍຊົມເຊີຍ ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ກູເຕີເຣັດສ໌, ພາລະກິດຂອງອົງການສະຫະປະຊາຊາດໄດ້ຮັບຜົນງານໃໝ່, ຈີນຍິນດີຮັກສາການແລກປ່ຽນ ແລະ ການປະສານງານຢ່າງໃກ້ຊິດກັບອົງການສະຫະປະຊາຊາດ,ສືບຕໍ່ສະໜອງການສະໜັບສະໜູນຕາມຄວາມສາມາດຂອງຕົນເພື່ອຊຸກຍູ້ປະເທດທີ່ພວມພັດທະນາໃຫ້ບັນລຸເສດຖະກິດພັດທະນາຢ່າງປອດໃສ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

 

ທ່ານ ກູເຕີເຣັດສ໌ ກ່າວວ່າ: ການຮ່ວມມືລະຫວ່າງອົງການສະຫະປະຊາຊາດກັບຈີນ ແມ່ນເສົາຄ້ຳສຳຄັນຂອງລັດທິຫຼາຍຝ່າຍ. ອົງການສະຫະປະຊາຊາດຊົມເຊີຍຈີນທີ່ປະກອບສ່ວນເຂົ້າໃນຫົວຂໍ້ຕ່າງໆ ເຊັ່ນ: ການຮັກສາລັດທິຫຼາຍຝ່າຍ, ການຊຸກຍູ້ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງອົງການສະຫະປະຊາຊາດ ພ້ອມທັງບັນລຸໃຫ້ມີການພັດທະນາແບບຍືນຍົງເປັນຕົ້ນ ແລະຫວັງລົງເລິກການຮ່ວມມືກັບຈີນຕື່ມອີກ.