ຫ້ອງການປະທານາທິບໍດີສ.ເກົາຫຼີຄົ້ນຄວ້າພິຈາລະນາກົດໝາຍທີ່ກ່ຽວຂ້ອງກັບການຊົດເຊີຍເຫດການຢຽບກັນຢູ່ອີເຕວົນຂອງລັດ

2022-11-14 10:27:42 cri

ຂ່າວສານຢົນຮັບສ.ເກົາຫຼີລາຍງານວ່າ, ວັນທີ 13 ພະຈິກນີ້, ຫ້ອງການປະທານາທິບໍດີສ.ເກົາຫຼີແຈ້ງໃຫ້ຮູ້ວ່າ, ຕໍ່ເຫດການຢຽບກັນຢູ່ອີເຕວົນ, ຫ້ອງການປະທານາທິບໍດີໄດ້ເລີ່ມຄົ້ນຄວ້າຫາລືກົດໝາຍກ່ຽວກັບການຊົດເຊີຍທີ່ກ່ຽວຂ້ອງຂອງລັດ.


ຂ່າວແຈ້ງໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້, ທ່ານ ຢຸນຊົກຢຸນ ປະທານາທິບໍດີສ.ເກົາຫຼີກ່າວວ່າ, ຕ້ອງດຳເນີນການສືບສວນຕາມຫຼັກວິທະຍາສາດໂດຍໄວ ເພື່ອຊອກຮູ້ຄວາມຈິງຂອງເຫດການອີເຕວົນ ແລະ ຢືນຢັນໜ້າທີ່ທາງກົດໝາຍ ເພື່ອຮັບປະກັນສິດທີ່ໄດ້ຮັບຄ່າຊົດເຊີຍຂອງຍາດພີ່ນ້ອງຜູ້ເສຍຊີວິດໃນເຫດການຄັ້ງນີ້.