ທ່ານສີຈິ້ນຜິງເດີນທາງໄປຮອດເກາະບາຫຼີປະເທດອິນໂດເນເຊຍ

2022-11-14 15:49:19 cri

 


    ຕອນບ່າຍວັນທີ 14 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດສະໜາມບິນສາກົນເດັນປາຊາ ງຸຣາ ຣາຍ ເກາະບາຫຼີປະເທດອິນໂດເນເຊຍດ້ວຍຍົນພິເສດ .

    ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20 ທີ່ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍລະຫວ່າງວັນທີ 14-17 ພະຈິກນີ້.