ງານວາງສະແດງການບິນຈີນຄັ້ງທີ14ເຊັນສັນຍາມີມູນຄ່າຫຼາຍກວ່າ39,8ຕື້ໂດລາ

2022-11-14 15:27:28 cri


 ງານວາງສະແດງການບິນຈີນຄັ້ງທີ14ທີ່ດຳເນີນໄປຢູ່ນະຄອນຈູ່ໄຫ,ແຂວງກວາງຕຸ້ງເປັນເວລາ6ວັນໄດ້ອັດລົງໃນວັນທີ13ພະຈິກນີ້ ໂດຍມີປະມານ200.000ຄົນເຂົ້າຊົມ. ໃນງານວາງສະແດງຄັ້ງນີ້,ມີ43ປະເທດແລະເຂດແຄວ້ນລວມມີວິສາຫະກິດ740ກວ່າແຫ່ງນຳເອົາຜະລິດຕະພັນຫຼາຍພັນອັນເຂົ້າຮ່ວມວາງສະແດງຜ່ານທາງອອນລາຍແລະອອຟລາຍ,ຍົນທີ່ວາງສະແດງມີ 121 ລຳ,ອຸປະກອນທາງໜ້າດິນມີ 54 ໜ່ວຍ. ໃນໄລຍະວາງສະແດງຄັ້ງນີ້ ໄດ້ເຊັນສັນຍາມີມູນຄ່າຫຼາຍກວ່າ39,8ຕື້ໂດລາ.