ຄຳຖາມທີ່ອະຄະຕິຂອງນັກຂ່າວຝ່າຍຕາເວັນຕົກ ລ້ວນແຕ່ແມ່ນເນື້ອໃນທີ່ຕັ້ງໄວ້ລ່ວງໜ້າເພື່ອໃສ່ຮ້າຍປ້າຍສີ ແລະສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນ

2022-11-14 22:12:08 cri

ຫວ່າງມໍ່ໆມານີ້, “ເວທີເປິກສາຫາລືຄັງປັນຍາອາຊີ” ໄດ້ຈັດກອງປະຊຸມເປິກສາຫາລືໃນຫົວຂໍ້ທີ່ວ່າ “ອາຊີ ແລະ ໂລກໃນຍຸກໃໝ່” ທີ່ສິງກະໂປ. ໃນໂອກາດກ່າວປາຖະກະຖາ, ທ່ານ ກີໂຊ ມາບູບານີ ນັກການທູດອາວຸໂສສິງກະໂປ, ອະດີດຜູ້ຕາງໜ້າຖາວອນຂອງສິງກະໂປປະຈຳອົງການສະຫະປະຊາຊາດກ່າວວ່າ: ໂລກໃນປັດຈຸບັນນັບມື້ນັບຫັນເປັນຫຼາຍເຄົ້າ, ປະເທດໃນອາຊີຄວນພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຕັ້ງໜ້າເຂົ້າຮ່ວມຂະບວນການໂລກາພິວັດ ເພື່ອຫັນເປັນທັນສະໄໝດ້ວຍການພັດທະນາ.

ໃນງານສຳມະນາຄັ້ງໜຶ່ງທີ່ຈັດຂຶ້ນໃນປີ 2021, ມີນັກຂ່າວປະເທດຕາເວັນຕົກຖາມທ່ານກີໂຊ ມາບູບານີວ່າ: ປະເທດຈີນໄດ້ຮັບຜົນສຳເລັດໃນດ້ານການພັດທະນາ ຄືຊິແມ່ນຢູ່ບົນພື້ນຖານ “ການປົກຄອງຢ່າງທາລຸນ, ທຳລາຍສິ່ງແວດລ້ອມ,  ຫ້າມກ່າວຖ້ອຍຄວາມທີ່ມີຄວາມເຫັນແຕກຕ່າງກັນ ແລະ ຮູບຖານຈິດສຳນຶກແບບແຂງກະດ້າງ”. ທ່ານກີໂຊ ມາບູບານີ ໄດ້ຊີ້ໃຫ້ເຫັນຄວາມຜິດພາດຂອງນັກຂ່າວດັ່ງກ່າວໃນທັນທີ ແລະ ໄດ້ຖາມຄືນວ່າ: “ຖ້າຫາກຈີນພຽງແຕ່ອາໄສການກົດຂີ່ຂົ່ມເຫັງ, ຈະສາມາດສ້າງເສດຖະກິດທີ່ມີພະລັງຊີວິດທີ່ສຸດໃນໂລກໄດ້ບໍ?”

ຫຼັງຈາກນັ້ນ, ທ່ານກີໂຊ ມາບູບານີ ໄດ້ຍົກຫຼາຍຕົວຢ່າງເພື່ອຢືນຢັນໃຫ້ເຫັນວ່າ ປະເທດຈີນແມ່ນປະເທດທີ່ມີເສລີພາບ ແລະ ອະນຸລັກສິ່ງແວດລ້ອມ. ກ່ອນອື່ນໝົດ, ໃນປີ 2019, ປະເທດຈີນມີປະຊາຊົນ 139 ລ້ານຄົນອອກໄປຕ່າງປະເທດ, ພາຍຫຼັງຄົນເຫຼົ່ານີ້ອອກໄປແລ້ວ ກໍໄດ້ກັບຄືນປະເທດຈີນທັງໝົດ ແລະ ບໍ່ມີຈັກຄົນເວົ້າວ່າຈະໜີອອກຈາກປະເທດຕົນໄປຢູ່ຕ່າງປະເທດເລີຍ; ນັ້ນແມ່ນທາງເລືອກຢ່າງມີເສລີພາບ, ປະຊາຊົນທີ່ຖືກກົດຂີ່ຈະໄດ້ສິດເຂົ້າອອກປະເທດຢ່າງເສລີໄດ້ແນວໃດ?

ສອງ, ໃນດ້ານການອະນຸລັກສິ່ງແວດລ້ອມ, ຈີນໄດ້ພັດທະນາ “ໂຄງການປູກໄມ້ສ້າງປ່າທີ່ໃຫຍ່ທີ່ສຸດ” ໃນໂລກຄື: ໂຄງການສ້າງປ່າປ້ອງກັນລົມ ແລະ ດິນຊາຍຢູ່ພາກຕາເວັນຕົກສຽງເໜືອ, ພາກກາງເໜືອ ແລະພາກຕາເວັນອອກສຽງເໜືອຂອງຈີນ, ຍອດມູນຄ່າການລົງທຶນຫຼາຍກວ່າ 100 ຕື້ຢວນ, ກວມເນື້ອທີ່ 4.069.000 ກິໂລຕາແມັດ ຫຼື 42,4% ຂອງເນື້ອທີ່ດິນແດນທົ່ວປະເທດຈີນ. ຈາກປີ 1978 ຮອດປັດຈຸບັນຫຼາຍກວ່າ 40 ປີ, ຈີນໄດ້ສ້າງເນື້ອທີ່ປ່າໄມ້ມີເຖິງ 30.140.000 ເຮັກຕາ; ໃນດ້ານການອະນຸລັກສິ່ງແວດລ້ອມ, ຈີນໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະ.

ເປັນທີ່ຈະແຈ້ງແລ້ວວ່າ, ຄໍາຖາມຂອງນັກຂ່າວປະເທດຕາເວັນຕົກຜູ້ນີ້ໄດ້ສະແດງໃຫ້ເຫັນເຖິງອະຄະຕິຂອງສື່ມວນຊົນຊາວອັງໂກລ-ຊັກຊົນ(Anglo-Saxon) ທີ່ມີຕໍ່ປະເທດຈີນຢ່າງເປີດແປນ, ນັກຂ່າວຜູ້ນີ້ເຫັນວ່າ ຜົນສຳເລັດທີ່ຈີນໄດ້ຮັບແມ່ນສ້າງຂຶ້ນຢູ່ບົນພື້ນຖານປັດໄຈທຳລາຍສິ່ງແວດລ້ອມ ແລະ ການບໍລິຫານແບບບັງຄັບ ແລະປັດໄຈອື່ນໆ, ຄວາມຕັ້ງໃຈຈິງຂອງນັກຂ່າວຄົນນີ້ກໍແມ່ນເພື່ອສາດນ້ຳເປື້ອນໃສ່ປະເທດຈີນອີກ. ໃນໂອກາດກ່າວຕອບໂຕ້ອັນທີ່ເອີ້ນວ່າ “ກົດຂີ່ຂົ່ມເຫັງ” ດັ່ງກ່າວນີ້, ທ່ານກີໂຊ ມາບູບານີ ກ່າວວ່າ: “ຖ້າຫາກວ່າ ປະເທດຈີນຍືນຍົງມາໄດ້ດ້ວຍການກົດຂີ່ຂົ່ມເຫັງ, ຊັ້ນປະເທດຈີນກໍບໍ່ສາມາດສ້າງຕົນໃຫ້ເປັນກຸ່ມເສດຖະກິດທີ່ມີພະລັງຊີວິດທີ່ສຸດໃນໂລກໄດ້ດອກ.”

ຈາກເລື່ອງນີ້ຈຶ່ງເຫັນໄດ້ວ່າ ຄວາມຮັບຮູ້ຕໍ່ປະເທດຈີນຂອງນັກຂ່າວປະເທດຕາເວນຕົກ ກໍຄືສັງຄົມຕາເວັນຕົກ ລ້ວນແຕ່ອີງໃສ່ພື້ນຖານການໃສ່ຮ້າຍປ້າຍສີປະເທດຈີນຂອງນັກການເມືອງ ແລະ ສື່ມວນຊົນປະເທດຕາເວັນຕົກທີ່ຕໍ່ຕ້ານປະເທດຈີນ. ສະນັ້ນ ເຂົາເຈົ້າຈະບໍ່ສາມາດຮູ້ເຫັນປະເທດຈີນທີ່ແທ້ຈິງໄດ້. ຂໍພຽງແຕ່ວ່າສື່ມວນຊົນປະເທດຕາເວັນຕົກມີຈິດສໍານຶກເປັນຂອງຕົນເອງພຽງເລັກໜ້ອຍ, ພວກເຂົາກໍຈະບໍ່ນຳເອົາອັນທີ່ວ່າ “ການປົກຄອງຢ່າງທາລຸນ” ກັບກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກທີ່ເຕັມໄປດ້ວຍພະລັງຊີວິດນີ້ມາປຽບທຽບກັນອີກ. ບັນດາປະເທດຕາເວັນຕົກບາງຄັ້ງຍັງເວົ້າວ່າ “ປະເທດຈີນໂງ່ຈ້າໄຮ້ຄວາມສາມາດ”, ບາງຄັ້ງພັດຈົງໃຈປັ້ນກະແສ “ໄພຂົ່ມຂູ່ຈາກຈີນ”, ກໍລ້ວນແຕ່ເປັນພຽງເງື່ອນໄຂທີ່ວາງແຜນໄວ້ລ່ວງໜ້າ ເພື່ອໃສ່ຮ້າຍປ້າຍສີ-ສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນ ແລະ ສະກັດກັ້ນການພັດທະນາຂອງປະເທດຈີນເທົ່ານັ້ນ.