ອາເມຣິກາມັກປ່າວຂ່າວລືວ່າ "ຈີນສ້າງຖານທັບເຮືອຢູ່ຕ່າງປະເທດ" ຍ້ອນແນວຄິດລັດທິເຈົ້າອໍານາດ

2022-11-15 17:35:46 cri

ວັນທີ 12 ພະຈິກນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ທີ່ພວມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41 ແລະ ບັນດາການນໍາສຸດຍອດວ່າດ້ວຍການຮ່ວມມືອາຊີຕາເວັນອອກ ຢູ່ພະນົມເປັນ ນະຄອນຫຼວງຂອງປະເທດກໍາປູເຈຍ, ໄດ້ຈັດການພົບປະສອງຝ່າຍກັບທ່ານຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ. ທ່ານໄບເດັນໄດ້ສະແດງຄວາມເປັນຫ່ວງຂອງຕົນທີ່ມີຕໍ່ການປາກົດຕົວຂອງຈີນໃນຖານທັບເຮືອຣຽມຂອງກໍາປູເຈຍ. ເຖິງວ່າ ກໍາປູເຈຍໄດ້ໃຫ້ຄໍາຕອບຫຼາຍຄັ້ງຕໍ່ກັບການກ່າວຫາ ແລະຂໍ້ສົງໄສກ່ຽວກັບຖານທັບເຮືອຣຽມກໍຕາມ, ແຕ່ນັກການເມືອງ ແລະ ສື່ມວນຊົນອາເມຣິກາຍັງສືບຕໍ່ປະກາດຂ່າວລືຕໍ່ກັບການປາກົດຕົວຂອງຈີນໃນຖານທັບເຮືອຣຽມເລື້ອຍໆ.

ເປັນທີ່ຮັບຮູ້ກັນໂດຍທົ່ວໄປວ່າ: ຖານທັບເຮືອຣຽມຕັ້ງຢູ່ເຂດລຽບຝັ່ງທະເລທີ່ພາກຕາເວັນອອກສຽງໃຕ້ຂອງກໍາປູເຈຍ. ນັບແຕ່ປີ 2010 ເປັນຕົ້ນມາ,ຖານທັບເຮືອຣຽມເປັນສະຖານທີ່ຊ້ອມຮົບຮ່ວມທາງທະເລຂອງກໍາປູເຈຍກັບອາເມຣິກາ ມາໂດຍຕະຫຼອດ. ໃນປີ 2019, ອາເມຣິກາໄດ້ສະເໜີໃຫ້ທຶນຊ່ວຍເຫຼືອກໍາປູເຈຍເພື່ອສ້ອມແປງອຸປະກອນ ແລະ ກໍາປັ່ນ ທີ່ໃຊ້ໃນການຝຶກຊ້ອມຢູ່ຖານທັບດັ່ງກ່າວ ແຕ່ກໍາປູເຈຍໄດ້ປະຕິເສດແຜນການນີ້. ໃນເດືອນມິຖຸນາປີ 2022 ນີ້, ໂຄງການປັບປຸງຍົກລະດັບຖານທັບເຮືອຣຽມຂອງກໍາປູເຈຍທີ່ຈີນຊ່ວຍເຫຼືອກໍ່ສ້າງນັ້ນ ໄດ້ເລີ່ມລົງມືຢ່າງເປັນທາງການ. ຫຼັງຈາກນັ້ນ, ສື່ມວນຊົນອາເມຣິກາຈຶ່ງໄດ້ປ່າວປະກາດເລື້ອຍໆວ່າ: ຈີນກໍາລັງກໍ່ສ້າງຖານທັບເຮືອແຫ່ງໜຶ່ງຂຶ້ນໃນກໍາປູເຈຍແບບລັບໆ ສໍາລັບກອງທັບປົດປ່ອຍປະຊາຊົນຈີນ, ແຕ່ຂ່າວລືດັ່ງກ່າວໄດ້ຖືກກໍາປູເຈຍກ່າວຕອບໂຕ້ ແລະ ຕໍາໜິຫຼາຍເທື່ອແລ້ວ.

 ຕາມຂ່າວແຈ້ງວ່າ: ເຈົ້າໜ້າທີ່ອາເມຣິກາມາຢ້ຽມຢາມກໍາປູເຈຍ ເກືອບທຸກຄັ້ງຕ້ອງສະແດງ “ຄວາມເປັນຫ່ວງທີ່ສຸດ”ຕໍ່ຖານທັບເຮືອຣຽມ, ກອງທັບ ແລະລັດຖະບານອາເມຣິກາ ແລະ ອົສຕຣາລີ ຕ່າງກໍເຄີຍແຕ່ງຕັ້ງເຈົ້າໜ້າທີ່ໄປຢ້ຽມຢາມຖານທັບເຮືອຣຽມ. ຕອນຄໍ່າວັນທີ 12 ພະຈິກນີ້, ໂຄສົກກອງປະຊຸມສຸດຍອດອາຊຽນຄັ້ງນີ້ໄດ້ເນັ້ນໜັກອີກເທື່ອໜຶ່ງວ່າ: ກໍາປູເຈ້ຍບໍ່ໄດ້ເຊື່ອງຊ້ອນກອງທັບຈີນໄວ້ຢູ່ໃນຖານທັບເຮືອຣຽມ ເພາະວ່າ “ລັັດຖະທໍາມະນູນກໍາປູເຈຍບໍ່ອະນຸຍາດໃຫ້ກອງທັບຕ່າງປະເທດເຂົ້າໄປໃນຖານທັບຂອງກໍາປູເຈຍ.”

ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງແລ້ວ, ອາເມຣິກາໄດ້ກ້າວກະໂດດຂຶ້ນ ແລະ ກາຍເປັນປະເທດ ມະຫາອໍານາດທາງການທະຫານຢູ່ໃນໂລກ ໂດຍໄດ້ໃຊ້ງົບປະມານຢ່າງຫຼວງຫຼາຍໃນດ້ານການທະຫານ, ຮັກສາກໍາລັງອາວຸດນິວເຄລຍ ແລະກອງກໍາປັ່ນບັນທຸກເຮືອບິນ ທີ່ເຂັ້ມແຂງ, ສ້າງຖານທັບຢູ່ຕ່າງປະເທດ ເກືອບ 400 ແຫ່ງ ເຊິ່ງຫຼາຍກວ່າຈໍານວນຖານທັບທີ່ປະເທດອື່ນຕັ້ງຂຶ້ນໃນໂລກຫຼາຍເທົ່າ, ຄວບຄຸມສະຖານທີ່ສໍາຄັນດ້ານຍຸດທະສາດຂອງ 140 ກວ່າປະເທດ ແລະ ເຂດແຄວ້ນ, ມີທະຫານປະຈໍາຢູ່ຕ່າງປະເທດຫຼາຍກວ່າ 3 ແສນຄົນ. ອາເມຣິກາເພີກເສີຍຕໍ່ການແຜ່ອໍານາດທາງການທະຫານຂອງຕົນໃນຕ່າງປະເທດຢ່າງຫຼວງຫຼາຍ, ແຕ່ພັດແຊກແຊງ ແລະໃສ່ຮ້າຍປ້າຍສີການໄປມາຫາສູ່ກັນ ແລະ ການຮ່ວມມືແບບປົກກະຕິລະຫວ່າງຈີນກັບກໍາປູເຈຍ ເຊິ່ງເປັນຫຼັກຖານທີ່ພິສູດໃຫ້ເຫັນຢ່າງເຕັມທີ່ວ່າ: ແນວຄິດລັດທິເຈົ້າອໍານາດ ແລະການແຊກແຊງວຽກງານປະເທດອື່ນຂອງອາເມຣິກາ ບໍ່ໄດ້ມີການປ່ຽນແປງໂດຍພື້ນຖານຕາມການປ່ຽນແປງຂອງຍຸກສະໄໝ.