ຈີນຍິງສົ່ງດາວທຽມ03ເລກ34ທີ່ຄວບຄຸມທາງໄກຢ່າງສຳເລັດຜົນ

2022-11-15 14:31:49 cri


   ໃນເວລາ9ໂມງ38ນາທີຂອງວັນທີ15ພະຈິກ2022ນີ້ຕາມເວລາປັກກິ່ງ,ຈີນໄດ້ຍິງສົ່ງດາວທຽມ03ເລກ34ທີ່ຄວບຄຸມທາງໄກດ້ວຍຈະຫຼວດສົ່ງຍານCZ-4Cໃຫ້ຂຶ້ນສູ່ທ້ອງຟ້າຢ່າງສຳເລັດຜົນຢູ່ສູນຍິງສົ່ງດາວທຽມຈີວຊວນ,ດາວທຽມເຂົ້າສູ່ວົງໂຄຈອນຕາມແຜນການຢ່າງສະດວກ,ໜ້າທີ່ຍິງສົ່ງເທື່ອນີ້ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ.ດາວທຽມດວງນີ້ຕົ້ນຕໍແມ່ນນຳໃຊ້ເຂົ້າໃນການສຳຫຼວດທົ່ວໄປຕໍ່ດິນແດນແຫ່ງຊາດ,ແຜນຜັງຕົວເມືອງ,ກຳນົດສິດທີ່ດິນ,ການອອກແບບຕາງໜ່າງທາງຫຼວງ, ການຄິດໄລ່ຜົນຜະລິດພືດພັນທັນຍາຫານ, ປ້ອງກັນແລະຫຼຸດຜ່ອນໄພທຳມະຊາດ ແລະອື່ນໆ.


   ໜ້າທີ່ເທື່ອນີ້ ແມ່ນການຍິງສົ່ງຈະຫຼວດສົ່ງຍານລະບົບCZເທື່ອທີ450.