ຮົງກາຣີຕົກລົງສ້າງຕັ້ງພາກສ່ວນພະລັງງານທີ່ເປັນເອກະລາດເພື່ອຮັບມືກັບວິກິດການດ້ານພະລັງງານ

2022-11-15 16:24:42 CRI

    ວັນທີ 14 ພະຈິກນີ້, ລັດຖະບານຮົງກາຣີຕົກລົງສ້າງຕັ້ງພາກສ່ວນພະລັງງານທີ່ເປັນເອກະລາດແຫ່ງໜຶ່ງ, ເລີ່ມປະຕິບັດງານນັບແຕ່ວັນທີ 1 ເດືອນໜ້າເປັນຕົ້ນໄປ.


 

    ຫຼັງຈາກຣັດເຊຍ ກັບ ອູແກຣນເກີດການປະທະກັນແລ້ວ, ວິກິດການດ້ານພະລັງານໄດ້ກາຍເປັນບັນຫາສຳຄັນຂອງຮົງກາຣີ ລວມທັງທົ່ວເອີລົບ, ລັດຖະບານຮົງກາຣີກຳລັງປັບປຸງໂຄງປະກອບການຂອງພາກສ່ວນຕ່າງໆ ເພື່ອຮັບມືກັບລາຄາພະລັງງານທີ່ເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ.