ການປ່ຽນແປງຢ່າງໃຫຍ່ຫຼວງຂອງບ້ານຢູ່ເທິງໜ້າຜາ

2022-11-15 11:49:41 CRI

   

 

    ບ້ານອາທູເລ້ຍ ຕັ້ງຢູ່ເຂດພູດອຍພາກຕາເວັນຕົກສຽງໃຕ້ຂອງຈີນ. ຢູ່ບ້ານແຫ່ງນີ້, ຫຼາຍສິບຄອບຄົວໄດ້ດຳລົງຊີວິດຢູ່ເທິງໜ້າຜາສູງຊັນທີ່ສູງກວ່າໜ້າດິນ 1000 ແມັດ, ຂັ້ນໄດແບບລຽບງ່າຍທີ່ເຮັດດ້ວຍຫວາຍ ແລະຍາວ 4 ກິໂລແມັດ ແມ່ນເສັ້ນທາງທີ່ຕ້ອງຍ່າງຜ່ານເພື່ອພົວພັນກັບພາຍນອກ.

 

    ພາຍໃຕ້ການຊ່ວຍເຫຼືອຂອງທີມງານຫຼຸດຜ່ອນຄວາມທຸກຍາກ, ຂັ້ນໄດເຫຼັກທີ່ໝັ້ນຄົງສາຍໜຶ່ງໄດ້ເຂົ້າປ່ຽນແທນຂັ້ນໄດຫວາຍ.


    ພາຍຫຼັງເລື່ອງລາວຂອງບ້ານຢູ່ເທິງໜ້າຜາສູງຊັນຖືກເຜີຍແຜ່ຜ່ານທາງອິນເຕີເນັດຢ່າງກວ້າງຂວາງ, ຊາວບ້ານທັງຫຼາຍໄດ້ໃຊ້ໂອກາດນີ້ຂາຍຜະລິດຕະພັນທ້ອງຖິ່ນຜ່ານທາງອິນເຕີເນັດ.

 

    ມາຕິດຕາມນໍາກັນເບິ່ງວ່າ, ເລື່ອງລາວຂອງບ້ານແຫ່ງນີ້ຈະເປັນຄືແນວໃດ?

 

    #ການເຊື່ອມຕໍ່ທີ່ດີກວ່າ ນໍາມາເຊິ່ງໂອກາດທີ່ໃໝ່ກວ່າ