ທ່ານສີຈິ້ນຜິງໄດ້ກ່າວເຖິງບັນຫາສຳຄັນຕ່າງໆໃນການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຢູ່ເກາະບາຫຼີ

2022-11-15 20:40:39 cri

 


 ວັນທີ 14 ພະຈິກ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດເກາະບາຫຼີປະເທດອິນໂດເນເຊຍ, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ. ກິດຈະກຳສຳຄັນອັນໜຶ່ງໃນການຢ້ຽມຢາມຄັ້ງນີ້, ກໍຄືການພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ສະພາບການກ່ຽວກັບສາຍພົວພັນຈີນ-ອາເມຣິກາບໍ່ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດ ແລະປະຊາຊົນສອງຊາດ, ບໍ່ສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຄົມໂລກ. ຄວນແກ້ໄຂບັນຫານີ້ແນວໃດ? ທ່ານສີຈິ້ນຜິງໄດ້ຊີ້ແຈງທິດທາງວ່າ, ຊຸກຍູ້ສາຍພົວພັນຈີນ-ອາເມຣິກາກັບຄືນສູ່ວົງໂຄຈອນທີ່ພັດທະນາຢ່າງປອດໃສ ແລະ ໝັ້ນທ່ຽງ.

ທ່ານສີຈິ້ນຜິງກ່າວວ່າ, ໃນໄລຍະໃໝ່ ຈີນແລະອາເມຣິກາຄວນຍຶດໝັ້ນຫຼັກການ 3 ຂໍ້ໃນການປະຕິບັດຕໍ່ກັນ, ຄື: ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານກ່າວວ່າ, ໂລກພວມຢູ່ໃນບາດລ້ຽວປະຫວັດສາດທີ່ສຳຄັນ, ບັນດາປະເທດຕ້ອງປະເຊີນໜ້າກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ, ກໍຄວນກຳແໜ້ນໂອກາດແບບບໍ່ເຄີຍມີມາກ່ອນ. ຜູ້ນຳຈີນ ແລະ ອາເມຣິກາຄວນຕີລາຄາ ແລະແກ້ໄຂສາຍພົວພັນສອງປະເທດຈາກແງ່ມູມນີ້.

ທ່ານສີຈິ້ນຜິງກ່າວຕື່ມວ່າ, ສາຍພົວພັນຈີນ-ອາເມຣິກາບໍ່ຄວນແມ່ນເກມຜົນລວມເປັນສູນແບບເຈົ້າໄດ້ຂ້ອຍເສຍ ຫຼື ເຈົ້າຈະເລີນຂ້ອຍຊຸດໂຊມ. ການທີ່ຈີນ ແລະອາເມຣິກາຕ່າງຝ່າຍຕ່າງໄດ້ຮັບຜົນສຳເລັດນັ້ນແມ່ນກາລະໂອກາດ ແຕ່ບໍ່ແມ່ນສິ່ງທ້າທາຍຂອງກັນແລະກັນ. ສອງຝ່າຍຄວນປະຕິບັດຕໍ່ນະໂຍບາຍພາຍໃນ, ນະໂຍບາຍຕໍ່ຕ່າງປະເທດ ກໍຄືຈຸດປະສົງດ້ານຍຸດທະສາດຂອງແຕ່ລະຝ່າຍຢ່າງຖືກຕ້ອງ, ກຳນົດທິດທາງພື້ນຖານໃນການໄປມາຫາສູ່ກັນທີ່ສົນທະນາກັນແຕ່ບໍ່ເປັນປໍລະປັກກັນ, ຕ່າງຝ່າຍາຕ່າງມີຜົນປະໂຫຍດແຕ່ບໍ່ແມ່ນເກມຜົນລວມເປັນສູນ.

ທ່ານສີຈິ້ນຜິງຍັງໄດ້ກ່າວເນັ້ນໜັກເຖິງບັນຫາໄຕ້ຫວັນຈີນວ່າ: ບັນຫາໄຕ້ຫວັນແມ່ນແກນກາງໃນຜົນປະໂຫຍດໃຈກາງຂອງຈີນ, ແມ່ນພື້ນຖານໃນພື້ນຖານການເມືອງຂອງສາຍພົວພັນຈີນ-ອາເມຣິກາ, ກໍແມ່ນເສັ້ນແດງສາຍທຳອິດທີ່ແຕະຕ້ອງບໍ່ໄດ້ໃນສາຍພົວພັນຈີນ-ອາເມຣິກາ.

ປະມຸກລັດສອງປະເທດຍັງໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາສຳຄັນໃນໂລກ ແລະ ພາກພື້ນ, ໃນນັ້ນເນັ້ນໜັກເຖິງວິກິດການອູແກຣນທີ່ແກ່ຍາວມາຮອດປັດຈຸບັນນີ້. ທ່ານສີຈິ້ນຜິງກ່າວວ່າ: ເມື່ອປະເຊີນໜ້າກັບວິກິດການທີ່ມີລັກສະນະທົ່ວໂລກ ແລະ ສັບສົນແບບນີ້, ຕ້ອງຕັ້ງໃຈພິຈາລະນາຫຼາຍຂໍ້, ຄື: ໜຶ່ງ, ໃນສົງຄາມຈະບໍ່ມີຜູ້ຊະນະ; ສອງ, ສຳລັບບັນຫາສັບສົນ ຈະບໍ່ມີວິທີແກ້ໄຂໄດ້ງ່າຍ; ສາມ, ຕ້ອງຫຼີກລ່ຽງການເປັນປໍລະປັກກັນລະຫວ່າງປະເທດໃຫຍ່. ທ່ານສີຈິ້ນຜິງກ່າວຕໍ່ທ່ານໄບເດັນວ່າ: ຈີນຢືນຢູ່ຝ່າຍສັນຕິພາບຢ່າງສະເໝີຕົ້ນສະເໝີປາຍ, ຈະສືບຕໍ່ຊຸກຍູ້ການເຈລະຈາສັນຕິພາບ, ສະໜັບສະໜູນ ແລະ ຄອງຄອຍຣັດເຊຍ ແລະ ອູແກຣນຟື້ນຟູການເຈລະຈາສັນຕິພາບ, ພ້ອມທັງຫວັງວ່າອາເມຣິກາ, ນາໂຕ ແລະ ສະຫະພາບເອີຣົບຈະດຳເນີນການສົນທະນາກັບຣັດເຊຍຢ່າງຮອບດ້ານ.