ປະຊາກອນທົ່ວໂລກບັນລຸເຖິງ 8 ຕື້ຄົນ

2022-11-15 16:49:44 cri

    ອົງການສະຫະປະຊາຊາດປະກາດວ່າ: ປະຊາກອນທົ່ວໂລກບັນລຸເຖິງ  8 ຕື້ຄົນໃນວັນທີ 15 ພະຈິກ 2022.

    ເວັບໄຊອົງການສະຫະປະຊາຊາດແນະນຳວ່າ: ນີ້ເປັນຂີດໝາຍປະຫວັດສາດການພັດທະນາຂອງມະນຸດ. ປະຊາກອນທົ່ວໂລກເພີ່ມຂຶ້ນແມ່ນໄດ້ຮັບຜົນດີມາຈາກລະບົບສາທາລະນະສຸກ, ໂພສະນາການ, ການສົ່ງເສີມອະນາໄມສ່ວນບຸກຄົນ, ການແພດ ແລະຢາເຮັດໃຫ້ອາຍຸຂອງມະນຸດຍືນຂຶ້ນເທື່ອລະກ້າວ. ນອກນີ້, ອັດຕາສ່ວນການເກີດທີ່ສູງຂອງປະເທດຈຳນວນໜຶ່ງໄດ້ຊຸກຍູ້ໃຫ້ປະຊາກອນທົ່ວໂລກເພີ່ມຂຶ້ນຢ່າງວ່ອງໄວ.