ຕອນເຊົ້າວັນທີ 15 ພະຈິກນີ້, ທ່ານສີຈີ້ສຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງຢູ່ເກາະບາຣີແຫ່ງອິນໂດເນເຊຍ. ທ່ານ ສີຈີ້ນຜິງ ຊີ້ອອກວ່າ, ໃນເວລາ 3 ປີຜ່ານມາ, ການພົວພັນຈີນ-ຝຣັ່ງໄດ້ຮັກສາທ່ວງທ່າການຂະຫຍາຍຕົວອັນຕັ້ງໜ້າ, ການຮ່ວມມືອັນສຳຄັນລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ.
ທ່ານສີຈີ້ນຜິງກ່າວເນັ້ນວ່າ, ໂດຍຜ່ານການຂະຫຍາຍຕົວມາຫຼາຍປີ, ການພົວພັນລະຫວ່າງຈີນ ກັບ ສະຫະພາບເອີຣົບໄດ້ຈໍ່ຕົວເປັນການພົວພັນຢູ່ຮ່ວມກັນດ້ານເສດຖະກິດອັນແຂງແຮງ. ສອງຝ່າຍຄວນເປີດກວ້າງການຄ້າ ແລະ ການລົງທຶນເຊິ່ງກັນແລະກັນ, ຮັກສາຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງທົ່ວໂລກມີຄວາມໝັ້ນຄົງ ແລະ ມີຄວາມໂລ່ງລ່ຽນ, ຮັກສາກະຕິກາ ແລະ ລະບຽບຂອງເສດຖະກິດການຄ້າສາກົນ. ຫວັງວ່າຝຣັ່ງຈະຊຸກຍູ້ໃຫ້ສະຫະພາບເອີຣົບສືບຕໍ່ປະຕິບັດນະໂຍບາຍຕໍ່ຈີນທີ່ເປັນເອກະລາດ ແລະ ຕັ້ງໜ້າ.
ທ່ານ ເອັມມານູເອວ ມາຄຣົງ ກ່າວວ່າ, ຝຣັ່ງ ແລະ ຈີນລ້ວນແຕ່ສຸມໃສ່ຊຸກຍູ້ການພັດທະນາໂດຍສັນຕິຂອງໂລກ, ຊຸກຍູ້ໃຫ້ເສດຖະກິດໂລກມີຄວາມຈະເລີນຮຸ່ງເຮືອງ. ຮູບແບບຄວາມທັນສະໄໝແບບຈີນເປັນຕາເຄົາລົບ. ຝຣັ່ງປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ຄັດຄ້ານການຈັດເປັນກຸ່ມເພື່ອເປັນປໍລະປັກກັນ. ໂດຍຜະເຊີນໜ້າກັບສະພາບການສາກົນທີ່ຜັນແປ, ຝຣັ່ງຫວັງຢາກຮ່ວມກັບຈີນສືບຕໍ່ຖືນ້ຳໃຈທີ່ເຄົາລົບກັນ, ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອລົງເລິກການຮ່ວມມື. ຝຣັ່ງຍິນດີຕັ້ງໜ້າຊຸກຍູ້ໃຫ້ສະຫະພາບເອີຣົບ ກັບ ຈີນສົນທະນາກັນ ແລະ ດຳເນີນການຮ່ວມມື.