ເປີດນຳໃຊ້ຂະບວນລົດໄຟຄຸນນະພາບສູງຕາມທາງລົດໄຟຈີນ-ລາວຕອນທາງຄຸນມີງ-ບໍ່ຫານ

2022-11-15 15:20:32 cri


   ຕອນເຊົ້າວັນທີ15ພະຈິກນີ້,ຂະບວນລົດໄຟຄຸນມິງ-ບໍ່ຫານຕາມທາງລົດໄຟຈີນ-ລາວຄ່ອຍໆແລ່ນອອກຈາກສະຖານີລົດໄຟຄຸນມີງ ແລະໄປຮອດບໍ່ຫານ ເຂດຊາຍແດນຈີນໃຊ້ເວລາ4ຊົ່ວໂມງ45ນາທີ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ:ເລີ່ມບໍລິການນຳໃຊ້ຂະບວນລົດໄຟຄຸນນະພາບສູງຕາມທາງລົດໄຟຈີນ-ລາວຕອນທາງຄຸນມີງ-ບໍ່ຫານຢ່າງເປັນທາງການ.


    ຂະບວນລົດໄຟຄຸນນະພາບສູງ ຕົ້ນຕໍແມ່ນເພື່ອສະໜັບສະໜູນການກໍ່ສ້າງແລະພັດທະນາເມືອງດ່ານສາກົນບໍ່ຫານ,ສະໜອງຄວາມສະດວກໃຫ້ແກ່ການອອກເດີນທາງດ້ານການຄ້າ, ການທ່ອງທ່ຽວແລະລັດຖະກອນພາຍໃນນະຄອນຄຸນມີງແລະກິ່ງແຂວງສິບສອງພັ່ນນາໄປເຂົ້າຮ່ວມກິດຈະກຳແລກປ່ຽນທາງເສດຖະກິດການຄ້າຢູ່ເຂດຮ່ວມມືເສດຖະກິດຈີນ-ລາວ.