ໄຂກອງປະຊຸມສຸດຍຸດຄັ້ງທີ 17 ກຸ່ມ G20

2022-11-15 11:58:44 cri

    ຕອນເຊົ້າວັນທີ 15 ພະຈິກນີ້, ກອງປະຊຸມສຸດຍອດຄັ້ງທີ 17 ກຸ່ມ G20 ໄດ້ໄຂຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ.

    ຫົວຂໍ້ຂອງກອງປະຊຸມສຸດຍອດຄັ້ງນີ້ຄື: ຟື້ນຟູຮ່ວມກັນ,ຟື້ນຟູຢ່າງເຂັ້ມແຂງ, ຈະສຸມໃສ່ບັນຫາຕ່າງໆ,ເຊັ່ນ: ພື້ນຖານໂຄງລ່າງດ້ານສາທາລະນະສຸກທົ່ວໂລກ, ການຫັນເປັນດີຈີຕອນ, ພັດທະນາພະລັງງານແບບຍືນຍົງ ແລະອື່ນໆ.

    ກຸ່ມ G20 ສ້າງຕັ້ງຂຶ້ນໃນປີ 1999, ປະເທດສະມາຊິກລວມມີກຸ່ມເສດຖະກິດທີ່ພັດທະນາແລ້ວ ແລະກຸ່ມເສດຖະກິດຕະຫຼາດຈະເລີນໃໝ່, ເຊິ່ງໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນວຽກງານທົ່ວໂລກ, ພ້ອມທັງໄດ້ກາຍເປັນກົນໄກຫຼາຍຝ່າຍທີ່ບັງເກີດຜົນໃນການຮ່ວມກັນຮັບມືກັບບັນຫາລັກສະນະທົ່ວໂລກ.