ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 17 ກຸ່ມ G20 ແລະກ່າວຄຳປາໄສ

2022-11-15 16:07:04 cri

    ວັນທີ 15 ພະຈິກນີ້, ກອງປະຊຸມສຸດຍອດຄັ້ງທີ 17 ກຸ່ມ G20ໄດ້ໄຂຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມ ແລະກ່າວຄຳປາໄສອັນສຳຄັນ.

    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ, ປະເທດສະມາຊິກ ກຸ່ມ G20ລ້ວນແຕ່ເປັນປະເທດໃຫຍ່ໃນພາກພື້ນ ກໍຄືໂລກ, ຄວນມີຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່, ເສີມຂະຫຍາຍບົດບາດເປັນແບບຢ່າງ, ສະແຫວງຫາການພັດທະນາໃຫ້ແກ່ບັນດາປະເທດ, ສະແຫວງຫາຄວາມຜາສຸກໃຫ້ແກ່ມະນຸດ ແລະສະແຫວງຫາຄວາມກ້າວໜ້າໃຫ້ແກ່ໂລກ.

    ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ພວກເຮົາຕ້ອງຊຸກຍູ້ການພັດທະນາທົ່ວໂລກທີ່ສ້າງຜົນປະໂຫຍດກວ້າງຂວາງກວ່າເກົ່າ. ບັນດາປະເທດພັດທະນາຮ່ວມກັນຈິ່ງເປັນການພັດທະນາອັນແທ້ຈິງ. ບັນດາປະເທດລ້ວນແຕ່ຫວັງຢາກມີຊີວິດການເປັນຢູ່ອັນດີງາມ, ຄວາມທັນສະໄໝບໍ່ແມ່ນສິດພິເສດຂອງປະເທດໃດໜຶ່ງ, ປະເທດທີ່ເດີນທາງກ້າວໄປຂ້າງໜ້າກ່ອນຄວນຊ່ວຍເຫຼືອການພັດທະນາຂອງປະເທດອື່ນຢ່າງຈິງໃຈ, ສະໜອງຜະລິດຕະພັນສາທາລະນະໃຫ້ທົ່ວໂລກຫຼາຍກວ່າເກົ່າ. ປະເທດໃຫຍ່ຄວນມີຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່,  ຄວນເອົາໃຈໃສ່ ແລະອຸທິດເຫື່ອແຮງຕໍ່ວຽກງານພັດທະນາຂອງໂລກ.