ຈີນແລະປະເທດສະມາຊິກອາຊຽນມີຄວາມສາມາດແກ້ໄຂບັນຫາທະເລຈີນໃຕ້ໃຫ້ດີ

2022-11-15 14:29:26 cri


   ໃນກອງປະຊຸມຜູ້ນຳຈີນ-ອາຊຽນທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້,ຈີນແລະປະເທດສະມາຊິກອາຊຽນໄດ້ປະກາດ“ຖະແຫຼງການຮ່ວມເພື່ອລະລຶກການເຊັນ‘ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້’ຄົບຮອບ20ປີ”,ວັນທີ14ພະຈິກນີ້ ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບເລື່ອງນີ້ວ່າ: ການປະກາດຖະແຫຼງການດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈແລະໝັ້ນໃຈຂອງຈີນແລະປະເທດສະມາຊິກອາຊຽນທີ່ອອກແຮງພ້ອມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້,ພ້ອມທັງໄດ້ຢືນຢັນອີກຄັ້ງໜຶ່ງວ່າ:ຈີນແລະປະເທດສະມາຊິກອາຊຽນມີຄວາມສາມາດ,ໝັ້ນໃຈແລະມີສະຕິປັນຍາໃນການແກ້ໄຂບັນຫາທະເລຈີນໃຕ້ໃຫ້ດີ.


   ທ່ານນາງເມົານີງແນະນຳໃຫ້ຮູ້ວ່າ: ຖະແຫຼງການສະບັບດັ່ງກ່າວໄດ້ຍຶດໝັ້ນໃຫ້ປະເທດອະທິປະໄຕທີ່ກ່ຽວຂ້ອງແກ້ໄຂຄວາມຂັດແຍ້ງກັນໂດຍຜ່ານການເຈລະຈາແລະເປິກສາຫາລືກັນດ້ວຍສັນຕິວິທີໂດຍກົງ, ສືບຕໍ່ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ ເຊັ່ນ: ອະນຸລັກສິ່ງແວດລ້ອມທາງທະເລ,ຄົ້ນຄວ້າວິທະຍາສາດທາງທະເລ,ການເດີນທະເລແລະຄວາມປອດໄພດ້ານຄົມມະນາຄົມ, ຊ່ວຍກອບກູ້ ແລະໂຈມຕີອາຊະຍາກຳຂ້າມຊາດເປັນຕົ້ນ,ຈີນຍິນດີຮ່ວມກັບປະເທດສະມາຊິກອາຊຽນພ້ອມກັນສ້າງທະເລຈີນໃຕ້ໃຫ້ເປັນທະເລທີ່ມີສັນຕິພາບ,ມິດຕະພາບແລະຮ່ວມມືກັນ.