ທ່ານກູເຕີີເຣັສ໌ຮຽກຮ້ອງໃຫ້ G20 ສາມັກຄີກັນເພື່ອຮັບມືກັບສິ່ງທ້າທາຍຮ່ວມກັນ

2022-11-15 14:28:44 CRI

 

    ວັນທີ 14 ພະຈິກນີ້, ທ່ານອັນໂຕນີໂອ ກູເຕີເຣັສ໌ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ທົ່ວໂລກພວມຜະເຊີນໜ້າກັບສິ່ງທ້າທາຍສຳຄັນຫຼາຍຢ່າງທີ່ກ່ຽວພັນເຖິງອະນາຄົດ, ຫວັງວ່າ G20 ຈະສົ່ງເສີມນ້ຳໃຈສາມັກຄີ ແລະ ສະແຫວງຫາວິທີເພື່ອພ້ອມກັນຮັບມືກັບສິ່ງທ້າທາຍ.

 

    ທ່ານກູເຕີີເຣັສ໌ກ່າວຕື່ມວ່າ, ດິນຟ້າອາກາດປ່ຽນແປງແມ່ນສິ່ງທ້າທາຍຕົ້ນຕໍທີ່ສຸດສຳລັບມວນມະນຸດ. ທ່ານຮຽກຮ້ອງໃຫ້ປະເທດພັດທະນາແລ້ວທຳຄວາມພະຍາຍາມຫຼາຍກວ່າເກົ່າ, ສະໜອງການສະໜັບສະໜູນດ້ານເຕັກນິກ ແລະ ເງິນທຶນໃຫ້ແກ່ປະເທດທີ່ພວມພັດທະນາ ແລະ ກ້າວເຖິງຂັ້ນຕົກລົງສັນຍາຄວາມສາມັກຄີດ້ານດິນຟ້າອາກາດ.

 

    ທ່ານກ່າວເນັ້ນວ່າ,ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ2030ຂອງອົງການສະຫະປະຊາຊາດແມ່ນສິ່ງທ້າທາຍສຳຄັນອີກອັນໜຶ່ງສຳລັບມວນມະນຸດ. ພາຍໃຕ້ເບື້ອງຫຼັງທີ່ລາຄາທັນຍາຫານ ແລະ ພະລັງງານທົ່ວໂລກເພີ່ມສູງຂຶ້ນ, ປະເທດທີ່ພວມພັດທະນາພວມຜະເຊີນໜ້າກັບສິ່ງທ້າທາຍທີ່ຂ້ຽວຂາດກວ່າເກົ່າ. ຫວັງວ່າຈະສາມາດລະດົມກຳລັງຈຳນວນຫຼາຍກວ່າເກົ່າ, ເພື່ອບໍ່ໃຫ້ປະເທດທີ່ພວມພັດທະນາຕົກຂະບວນການບົນເສັ້ນທາງທີ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.