ທ່ານ ສີຈີ້ນຜິງ ພົບປະກັບນາຍົກໂຮນລັງ

2022-11-15 20:13:15 cri

ຕອນບ່າຍວັນທີ 15 ພະຈິກນີ້, ທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານມາກ ລຸຍເຕີ ນາຍົກລັດຖະມົນຕີໂຮນລັງ.


ທ່ານ ສີຈີ້ນຜິງ ຊີ້ອອກວ່າ, ປີນີ້ແມ່ນຈີນ ກັບ ໂຮນລັງສ້າງສາຍພົວພັນທາງການທູດຄົບຮອບ 50 ປີ. ການພົວພັນລະຫວ່າງສອງປະເທດຜະເຊີນກັບອະນາຄົດການຂະຫຍາຍຕົວໃໝ່. ບົດຮຽນລ້ຳຄ່າທີ່ສຸດຂອງການພົວພັນຈີນ-ໂຮນລັງກໍ່ແມ່ນການເປີດປະຕູສູ່ພາຍນອກ ແລະ ການຕິດແທດຕົວຈິງ. ສອງຝ່າຍຕ້ອງສືບຕໍ່ເສີມຂະຫຍາຍຈຸດພິເສດນີ້ໃຫ້ດີ.


ທ່ານ ສີຈີ້ນຜິງ ກ່າວເນັ້ນໜັກວ່າ, ໂລກນີ້ແມ່ນເປັນເອກະພົບດຽວ, ປະເທດຕ່າງໆຄວນຮ່ວມມືກັນ, ຫາກບໍ່ແມ່ນສະແຫວງຫາການຕັດການພົວພັນອອກຈາກກັນ. ຕ້ອງຄັດຄ້ານການຫັນບັນຫາເສດຖະກິດການຄ້າໃຫ້ເປັນການເມືອງ, ຕ້ອງປົກປັກຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງຂອງໂລກ.


ທ່ານ ລຸຍເຕີ ກ່າວວ່າ, ດີໃຈຫຼາຍທີ່ໄດ້ພົບປະກັບທ່ານປະທານ ສີຈີ້ນຜິງ ອີກເທື່ອໜຶ່ງໃນປີທີ່ມີຄວາມໝາຍພິເສດ ຄື: ໂຮນລັງ ກັບ ຈີນສ້າງສາຍພົວພັນທາງການທູດຄົບຮອບ 50 ປີ. ໂຮນລັງຫວັງຢາກໄປມາຫາສູ່ກັນກັບຈີນຢ່າງໃກ້ຊິດ, ຮັກສາການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວດ້ວຍທ່ວງທ່າແຂງແຮງ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ໄດ້ຮັບຜົນງານຫຼາຍກວ່າເກົ່າໃນໄລຍະ 50 ປີຕໍ່ໜ້າ.