ວັນທີ 13 ພະຈິກນີ້, ຜູ້ນຳອາເມຣິກາ ຍີ່ປຸ່ນ ແລະ ສ.ເກົາຫຼີຈັດການເຈລະຈາຢູ່ກຳປູເຈຍ ແລະ ປະກາດຖະແຫຼງການຮ່ວມໂດຍລະບຸວ່າ: ຄັດຄ້ານເຈຕະນາປ່ຽນແປງສະພາບການໃນປັດຈຸບັນຂອງ “ອິນໂດ-ປາຊິຟິກ” ແຕ່ຝ່າຍດຽວ ແລະ ຢືນຢັນວ່າຈະ “ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ” ຄືນໃໝ່.
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 14 ພະຈິກນີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:ປະເທດຕ່າງໆດຳເນີນການແລກປ່ຽນ ແລະ ການຮ່ວມມື ຄວນມີຜົນດີຕໍ່ການເພີ່ມທະວີຄວາມເຂົ້າໃຈກັນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະເທດໃນພາກພື້ນ,ມີຜົນດີຕໍ່ການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ ແລະ ພາກພື້ນ, ບໍ່ຄວນແນໃສ່ຝ່າຍທີສາມ ຫຼື ສ້າງຜົນຮ້າຍຕໍ່ຝ່າຍທີສາມ. ພາກພື້ນອາຊີ-ປາຊິຟິກແມ່ນບ່ອນຈຸດສຸມພັດທະນາການຮ່ວມມື, ບໍ່ແມ່ນບ່ອນຕໍ່ລອງກັນຂອງປະເທດໃຫຍ່, ປະເທດທີ່ກ່ຽວຂ້ອງຄວນໄປຕາມກະແສຂອງຍຸກສະໄໝ, ປະຖິ້ມແນວຄິດສົງຄາມເຢັນ, ຍຸດຕິການກໍ່ກຸ່ມນ້ອຍ, ປ້ອງກັນບໍ່ໃຫ້ສ້າງຜົນກະທົບຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອາຊີ-ປາຊິຟິກ. ຖ້າວ່າ ປະເທດທີ່ກ່ຽວຂ້ອງຫວັງຢາກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຢ່າງຈິງໃຈ, ກໍຄວນເຄົາລົບຫຼັກການປະເທດຈີນດຽວ ແລະ ຮ່ວມກັນກັບປະເທດຈີນພ້ອມກັນຄັດຄ້ານ “ໃຫ້ໄຕ້ຫວັນເປັນເອກະລາດ” ຢ່າງແຈ່ມແຈ້ງ.