ລັດຖະມົນຕີກະຊວງທ່ອງທ່ຽວ ແລະປະດິດສ້າງເສດຖະກິດອິນໂດເນເຊຍກ່າວວ່າ: ຫວັງວ່າຈະເປັນຜູ້ໂດຍສານຊຸດທຳອິດຂອງລົດໄຟຄວາມໄວສູງຈາກາຕາ-ບັນດຸງ

2022-11-16 11:10:02 cri

 

    ທ່ານຊັນເດຍກາ ອູໂນ ລັດຖະມົນຕີກະຊວງທ່ອງທ່ຽວ ແລະປະດິດສ້າງເສດຖະກິດອິນໂດເນເຊຍໃຫ້ສຳພາດໃນວັນທີ 15 ພະຈິກນີ້, ໂດຍທ່ານໄດ້ຕີລາຄາສູງ ແລະສະແດງຄວາມຄອງຄອຍຕໍ່ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ພວມກໍ່ສ້າງ. ທ່ານກ່າວວ່າ: ຈາກາຕາ ແລະບັນດຸງທີ່ທາງລົດໄຟຄວາມໄວສູງເຊື່ອມຕໍ່ນັ້ນເປັນສອງຕົວເມືອງສຳຄັນຂອງອິນໂດເນເຊຍ, ມີຄວາມໝາຍສຳຄັນຕໍ່ການພັດທະນາເສດຖະກິດສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນ.

    ທ່ານກ່າວຕື່ມວ່າ: ນະຄອນບັນດຸງ ແລະແຂວງຈາວາຕາເວັນຕົກທີ່ນະຄອນບັນດຸງສັງກັດນັ້ນ ແມ່ນໜຶ່ງໃນຕະຫຼາດການທ່ອງທ່ຽວໃຫຍ່ທີ່ສຸດຂອງອິນໂດເນເຊຍ, ແຕ່ລະປີມີນັກທ່ອງທ່ຽວເກືອບ 120 ລ້ານເທື່ອຄົນ. ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຈະເຮັດໃຫ້ພື້ນຖານໂຄງລ່າງທີ່ມີຢູ່ໃນປັດຈຸບັນນີ້ສົມບູນຂຶ້ນກວ່າເກົ່າ ແລະ ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ. ຂ້າພະເຈົ້າຫວັງວ່າຈະເປັນຜູ້ໂດຍສານຊຸດທຳອິດຂອງລົດໄຟຄວາມໄວສູງຈາກາຕາ-ບັນດຸງ.