ຈີນເອົາໃຈໃສ່ບັນຫາຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກໃນລະດັບສູງ

2022-11-16 11:40:59 cri


   ກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ15ພະຈິກນີ້. ໃນກອງປະຊຸມ,ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກ ວ່າ: ຈີນໄດ້ເອົາໃຈໃສ່ບັນຫາຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກໃນລະດັບສູງ. ທ່ານສີຈິ້ນຜິງປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມພັດທະນາທົ່ວໂລກ,ຈັດເອົາ ຄວາມໝັ້ນຄົງດ້ານທັນຍາຫານເປັນໜຶ່ງໃນ8ຂົງເຂດຮ່ວມມືທີ່ສຳຄັນ. ຈີນໄດ້ສະເໜີຂໍ້ລິເລີ່ມການຮ່ວມມືກັນໃນດ້ານຄວາມໝັ້ນຄົງຂອງທັນຍາຫານສາກົນພາຍໃນຂອບກຸ່ມG20 ໂດຍໃຫ້ຂໍ້ສະເໜີ8ດ້ານກ່ຽວກັບການສ້າງການພົວພັນຄູ່ຮ່ວມມືສິນຄ້າງວດໃຫຍ່ ແລະປົກປັກຮັກສາຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກ.


   ທ່ານນາງເມົານີງກ່າວຕື່ມວ່າ: ໃນກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງທີ25ທີ່ຫາກໍ່ສິ້ນສຸດລົງ,ບັນດາຝ່າຍໄດ້ເປັນເອກະສັນກັນຮັບຮອງເອົາ“ຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງຂອງທັນຍາຫານລະຫວ່າງຈີນ-ອາຊຽນ”, ໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນກ່ຽວກັບການເພີ່ມທະວີການຮ່ວມມືກັນດ້ານການສະໜອງ,ໄດ້ຮັບ,ນຳໃຊ້ແລະຄວາມໝັ້ນທ່ຽງຂອງທັນຍາຫານ.