ທ່ານອັນໂຕນີໂອ ກູເຕີເຣັສສະແດງຄວາມເປັນຫ່ວງເປັນໃຍຕໍ່ເຫດການລະເບີດຢູ່ປະເທດໂປໂລຍ

2022-11-16 15:30:19 cri

 

    ວັນທີ 15 ພະຈິກນີ້, ໂຄສົກຂອງທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການ, ໂດຍລະບຸວ່າ: ທ່ານອັນໂຕນີໂອ ກູເຕີເຣັສ ສະແດງຄວາມເປັນຫ່ວງເປັນໃຍຕໍ່ເຫດການລູກສອນໄຟລະເບີດທີ່ເກີດຂຶ້ນຢູ່ປະເທດໂປໂລຍ, ທ່ານໄດ້ສະແດງຄວາມໄວ້ອາໄລຕໍ່ຄອບຄົວຜູ້ເສຍຊີວິດ, ທັງຫວັງໃຫ້ສືບສວນເຫດການນີ້ຢ່າງເຕັມທີ່.