ອົງການສະຫະປະຊາຊາດຄາດວ່າຈັງຫວະການເຕີບໂຕຂອງປະຊາກອນທົ່ວໂລກຈະຊ້າລົງ

2022-11-16 11:50:12 cri

 

 

    ວັນທີ 15 ພະຈິກນີ້, ເຈົ້າໜ້າທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດໄດ້ ຖະແຫຼງຂ່າວກ່ຽວກັບປະຊາກອນທົ່ວໂລກບັນລຸເຖິງ 8 ຕື້ຄົ້ນ. ໃນເວລາຕອບຄຳຖາມຂອງນັກຂ່າວວິທະຍຸໂທລະພາບສູນກາງຈີນ, ເຈົ້າໜ້າທີ່ອົງການສະຫະປະຊາຊາດກ່າວວ່າ,  ຄາດວ່າຈັງຫວະການເຕີບໂຕຂອງປະຊາກອນໂລກໃນອະນາຄົດ ຈະຊ້າລົງເທື່ອລະກ້າວ, ທັງຮຽກຮ້ອງໃຫ້ປະເທດທີ່ພວມພັດທະນາຊີ້ນຳປະຊາຊົນຕາມຫຼັກວິທະຍາສາດ, ເພື່ອຊຸກຍູ້ໃຫ້ເກີດລູກຢ່າງມີສະຕິ.

    ໃນເວລາຕອບຄຳຖາມກ່ຽວກັບທ່າອ່ຽງຈັງຫວະການເຕີບໂຕຂອງປະຊາກອນທົ່ວໂລກ, ເຈົ້າໜ້າທີ່ພະແນກວຽກງານເສດຖະກິດສັງຄົມອົງການສະຫະປະຊາຊາດກ່າວວ່າ, ໃນເວລາ 50 ປີຜ່ານມາ, ເຖິງວ່າອັດຕາການເກີດໄດ້ຫຼຸດລົງກໍຕາມ, ແຕ່ຍ້ອນປະຊາກອນເພີ່ມຂຶ້ນ, ທົ່ວໂລກໄດ້ມີປະຊາກອນເພີ່ມຂຶ້ນ 1 ຕື້ຄົນໃນແຕ່ລະ 12 ປີໃດ. ສະນັ້ນຄຽງຄູ່ກັບອັດຕາການເກີດຫຼຸດລົງຕື່ມອີກ, ສະພາບການດັ່ງກ່າວກໍຈະມີການປ່ຽນແປງໄປນຳ.