ທ່ານວາງຢີ້ພົບປະກັບທ່ານລັຟລົຟ ລັດຖະມົນຕີການຕ່າງປະເທດຣັດເຊຍ

2022-11-16 10:26:23 cri


    ວັນທີ15ພະຈິກນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ,ທີ່ເປິກສາແຫ່ງລັດຈີນ,ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຢູ່ເກາະບາຫຼີປະເທດອິນໂດເນເຊຍ.


   ທ່ານລັຟລົຟກ່າວວ່າ: ທ່ານປະທານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນດ້ວຍບັດເຫັນດີ100% ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ ເຖິງກຽດຕິຍົດທາງການເມືອງອັນສູງສົ່ງຂອງເພິ່ນ ແລະຄວາມໄວ້ເນື້ອເຊື່ອໃຈແລະການສະໜັບສະໜູນໃນລະດັບສູງຈາກປະຊາຊົນທີ່ມີຕໍ່ເພິ່ນ. ຣັດເຊຍຍິນດີປັບປຸງທ່ວງທ່າທີ່ດີໃນການໄປມາຫາສູ່ກັນລະດັບສູງລະຫວ່າງສອງປະເທດໃຫ້ໝັ້ນຄົງ,ປົກປັກຮັກສາການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຣັດເຊຍ-ຈີນໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.


   ທ່ານວາງຢີ້ກ່າວວ່າ: ສິ່ງຄວນເຮັດ4ຂໍ້ແລະສິ່ງຮ່ວມກັນ4ຂໍ້ ທີ່ສະເໜີໂດຍທ່ານປະທານສີຈິ້ນຜິງແມ່ນຫຼັກການພື້ນຖານຂອງຈີນໃນການແກ້ໄຂບັນຫາອູແກຣນ. ຈີນຈະສືບຕໍ່ຍຶດໝັ້ນຫຼັກໝັ້ນພາວະວິໄສແລະທ່ຽງທຳເພື່ອເສີມຂະຫຍາຍບົດບາດລັກສະນະສ້າງສັນໃນການຊຸກຍູ້ໃຫ້ຈັດການເຈລະຈາສັນຕິພາບ. ທ່ານລັຟລົຟກ່າວວ່າ:ຣັດເຊຍໄດ້ຮັກສາທ່າທີເປີດປະຕູຢ່າງສະເໝີຕົ້ນສະເໝີປາຍຕໍ່ການຈັດການເຈລະຈາແລະສົນທະນາກັນ.