ການພົວພັນລະຫວ່າງຈີນກັບອາເມຣິກາສາມາດຂະຫຍາຍຕົວຢ່າງໝັ້ນທ່ຽງແລະຍາວໄກໄດ້ຫຼືບໍ່ແມ່ນແລ້ວແຕ່ຝ່າຍອາເມຣິກາ

2022-11-16 20:03:04 cri

ວັນທີ 14 ພະຈິກ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຢູ່ເກາະບາຫຼີປະເທດອິນໂດເນເຊຍ. ປະມຸກລັດສອງປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ ແລະ ກົງໄປກົງມາກ່ຽວກັບບັນຫາຍຸດທະສາດຂອງການພົວພັນລະຫວ່າງສອງປະເທດ ແລະ ບັນຫາສຳຄັນຂອງພາກພື້ນກໍຄືຂອງໂລກ.

ການພົບປະກັນເທື່ອນີ້ເປັນ “ຄັ້ງທຳອິດ” ສາມເທື່ອ: ແມ່ນປະມຸກລັດຈີນ ແລະ ອາເມຣິກາພົບປະແບບເຊິ່ງໜ້າກັນຄັ້ງທຳອິດໃນໄລຍະ 3 ປີຜ່ານມາ; ແມ່ນຜູ້ນຳສອງທ່ານພົບປະແບບເຊິ່ງໜ້າກັນຄັ້ງທຳອິດພາຍຫຼັງທ່ານໄບເດັນ ຂຶ້ນຮັບຕຳແໜ່ງ, ທັງເປັນການພົບປະກັນຄັ້ງທຳອິດລະຫວ່າງຜູ້ນຳສູງສຸດຂອງສອງປະເທດພາຍຫຼັງຈີນ ແລະ ອາເມຣິກາໄດ້ສຳເລັດວາລະທາງການເມືອງສຳຄັນຂອງປະເທດຕົນໃນປີນີ້. ສາມາດເວົ້າໄດ້ວ່າ, ການພົບປະກັນເທື່ອນີ້ໄດ້ບັນລຸເປົ້າໝາຍລ່ວງໜ້າທີ່ລົງເລິກການແລກປ່ຽນກັນ, ກຳນົດຈຸດປະສົງຢ່າງຈະແຈ້ງ, ຂີດເສັ້ນສີແດງຢ່າງຈະແຈ້ງ, ປ້ອງກັນບໍ່ໃຫ້ເກີດການປະທະກັນ, ຊີ້ແຈ້ງທິດທາງ ແລະ ຄົ້ນຄວ້າເປິກສາຫາລືການຮ່ວມມື.

ປັດຈຸບັນ, ສາຍພົວພັນລະຫວ່າງຈີນກັບອາເມຣິກາ “ຮ້າຍແຮງຫຼາຍ”, ສາເຫດຕົ້ນຕໍມາຈາກອາເມຣິກາເອງ, ອາເມຣິກາຖືປະເທດຈີນເປັນ “ຄູ່ແຂ່ງຂັນຍຸດທະສາດໃຫຍ່ທີ່ສຸດ” ຂອງຕົນແຕ່ຝ່າຍດຽວ. ອາເມຣິກາສວຍໃຊ້ທ່າແຮງດ້ານຫາງສຽງສາກົນຂອງຕົນໃສ່ຮ້າຍປ້າຍສີປະເທດຈີນ; ອາເມຣິກາສວຍໃຊ້ທ່າແຮງຂອງຕົນໃນຂົງເຂດຕ່ອງໂສ້ການສະໜອງ ແລະຕ່ອງໂສ້ອຸດສາຫະກຳໃນໂລກ, ລົງໂທດ ແລະ ປິດລ້ອມຕໍ່ປະເທດຈີນ; ນອກນັ້ນອາເມຣິກາຍັງໄດ້ດຶງພັກດຶງພວກ, ບັງຄັບໃຫ້ພັນທະມິດ “ຮັບມື” ກັບຈີນຮ່ວມກັນກັບຕົນ.

ພວກເຮົາລ້ວນແຕ່ເຂົ້າໃຈໄດ້ດີວ່າ, ອາເມຣິກາມີຄວາມຮັບຮູ້ທີ່ຜິດພາດຕໍ່ປະເທດຈີນ, ແລະປະຕິບັດມາດຕະການສະກັດກັ້ນຕໍ່ປະເທດຈີນ ເຊິ່ງມີສາເຫດ ແລະ ເບື້ອງຫຼັງທີ່ສັບສົນທີ່ສຸດ. ແຕ່ວ່າປະເທດຈີນມີຫຼັກໝັ້ນຢ່າງຈະແຈ້ງກ່ຽວກັບການຂະຫຍາຍສາຍພົວພັນລະຫວ່າງຈີນກັບອາເມຣິກາ, ນັ້ນກໍຄືປະເທດຈີນແລະອາເມຣິກາໃນຖານະເປັນປະເທດໃຫຍ່ໃນໂລກ, ຄວນສ້າງສາຍພົວພັນສອງຝ່າຍທີ່ເຄົາລົບນັບຖືເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດດ້ວຍທ່າທີທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນຂອງປະເທດຕົນກໍຄືປະຊາຊົນຂອງໂລກ. ສະນັ້ນ, ພາຍຫຼັງອາເມຣິກາສະເໜີວ່າຢາກຈັດການພົບປະແບບເຊິ່ງໜ້າກັນລະຫວ່າງປະມຸກລັດທັງສອງປະເທດ, ປະເທດຈີນໄດ້ເຫັນດີທັນທີ, ນີ້ໄດ້ສະແດງໃຫ້ເຫັນເຖິງທ່າທີທີ່ມີຄວາມຮັບຜິດຊອບຂອງປະເທດຈີນໃນດ້ານການຮັກສາ ແລະ ຂະຫຍາຍສາຍພົວພັນລະຫວ່າງຈີນກັບອາເມຣິກາ

ການພົບປະກັນເທື່ອນີ້, ປະມຸກລັດສອງປະເທດລ້ວນແຕ່ເຫັນດີວ່າ, ຄະນະນຳດ້ານການຕ່າງປະເທດຂອງສອງຝ່າຍຄວນຮັກສາການຕິດຕໍ່ພົວພັນທາງຍຸດທະສາດ, ດຳເນີນການເປິກສາຫາລືເປັນປະຈຳ, ຄະນະນຳດ້ານການເງິນ-ການທະນາຄານຂອງສອງປະເທດຄວນດຳເນີນການສົນທະນາ ແລະ ປະສານສົມທົບ, ສົ່ງເສີມແລະເປີດກວ້າງການໄປມາຫາສູ່ກັນລະຫວ່າງບຸກຄົນໃນຂົງເຂດຕ່າງໆຂອງສອງປະເທດ; ອາເມຣິກາກ່າວວ່າທ່ານອັນໂຕນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຫວັງວ່າຈະຢ້ຽມຢາມປະເທດຈີນໂດຍໄວ, ເພື່ອດຳເນີນວຽກການຕາມຫຼັງໂດຍໄວ.

ປັດຈຸບັນ, ໂລກພວມຢູ່ຈຸດລ້ຽວທາງປະຫວັດສາດທີ່ສຳຄັນ, ປະເທດຕ່າງໆບໍ່ພຽງແຕ່ຜະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນເທົ່ານັ້ນ, ຍັງຄວນກຳໂອກາດທີ່ບໍ່ເຄີຍມີມາກ່ອນໃຫ້ແໜ້ນ, ຖ້າວ່າໃນສະໝອງຂອງນັກການເມືອງອາເມຣິກາບາງຄົນຍັງເຕັມໄປດ້ວຍແນວຄິດເກົ່າຂອງຍຸກສົງຄາມເຢັນເຊັ່ນ: ແນວຄິດຝ່າຍໄດ້ຝ່າຍເສຍໃນການແຂ່ງຂັນແລະອື່ນໆ, ຄິດແຕ່ວ່າ: “ອາເມຣິກາມາກ່ອນ” ແບບນັ້ນ, ໃນທີ່ສຸດກໍຈະປະລາໄຊຢ່າງແນ່ນອນ.