ບຸກຄົນສາກົນກ່າວວ່າ: ຄຳປາໄສຂອງທ່ານສີຈິ້ນຜິງກະຕຸ້ນຄວາມໝັ້ນໃຈຕໍ່ການພັດທະນາທົ່ວໂລກ

2022-11-17 14:57:01 cri


   ວັນທີ15ພະຈິກນີ້, ກອງປະຊຸມສຸດຍອດຄັ້ງທີ17ຂອງກຸ່ມG20ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສທີ່ສຳຄັນ ມີຫົວຂໍ້ວ່າ “ຮ່ວມກັນຕ້ອນຮັບສິ່ງທ້າທາຍໃນຍຸກສະໄໝ,ຮ່ວມກັນສ້າງອະນາຄົດທີ່ດີງາມ”.


   ບຸກຄົນສາກົນກ່າວວ່າ: ໃນເວລາກ່າວຄຳປາໄສ ທ່ານປະທານສີຈິ້ນຜິງໄດ້ສະເໜີໃຫ້ຊຸກຍູ້ການພັດທະນາທົ່ວໂລກທີ່ກວມລວມກວ່າເກົ່າ,ສ້າງຜົນປະໂຫຍດໃຫ້ທົ່ວເຖິງກວ່າເກົ່າແລະໝັ້ນໜຽວກວ່າເກົ່າ,ເຈດຈຳນົງນີ້ຈະກະຕຸ້ນຄວາມໝັ້ນໃຈຕໍ່ການພັດທະນາທົ່ວໂລກ.


ບຸກຄົນຂອງຫຼາຍປະເທດກ່າວວ່າ: ຄຳປາໄສຂອງທ່ານປະທານສີຈິ້ນຜິງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຈີນທີ່ປະກອບສ່ວນເຂົ້າໃນການແກ້ໄຂບັນຫາສຳຄັນທົ່ວໂລກ,ເຊິ່ງໄດ້ສ້າງຄວາມຫວັງໃຫ້ແກ່ການປັບປຸງການຄຸ້ມຄອງທົ່ວໂລກໃຫ້ດີຂຶ້ນ, ຈີນພວມຈັດຕັ້ງປະຕິບັດລັດທິຫຼາຍຝ່າຍດ້ວຍພຶດຕິກຳຕົວຈິງ.