ໃນມື້ທຳອິດຂອງກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມG20 ຢູ່ເກາະບາຫຼີ ທ່ານສີຈິ້ນຜິງໄດ້ເນັ້ນໜັກເຖິງເລື່ອງຫຍັງ?

2022-11-17 12:37:58 CRI


ວັນທີ 15 ພະຈິກ 2022, ກອງປະຊຸມສຸດຍອດຄັ້ງທີ 17ຂອງກຸ່ມG20ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມພ້ອມທັງໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ຮ່ວມກັນຕ້ອນຮັບສິ່ງທ້າທາຍຈາກຍຸກສະໄໝ ຮ່ວມກັນສ້າງອະນາຄົດອັນດີງາມ”.



 

ປັດຈຸບັນນີ້, ການແພ່ລະບາດຂອງພະຍາດໂຄວິດ-19 ແມ່ນເກີດຂຶ້ນເລື້ອຍໆ, ຄວາມບອບບາງທາງເສດຖະກິດໂລກພົ້ນເດັ່ນຂຶ້ນກວ່າເກົ່າ, ສະພາບການທາງການເມືອງໃນພາກພື້ນເຄັ່ງຕຶງຂຶ້ນ, ການບໍລິຫານໂລກຂາດແຄນຢ່າງໜັກໜ່ວງ, ວິກິດການຫຼາຍດ້ານເຊັ່ນ: ສະບຽງອາຫານ, ພະລັງງານ ແລະອື່ນໆສະຫຼັບສັບຊ້ອນກັນ, ການພັດທະນາຂອງມວນມະນຸດພວມປະເຊີນກັບສິ່ງທ້າທາຍອັນໜັກໜ່ວງ. ພາຍໃຕ້ສະພາບການແບບນີ້, ກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມG20 ຈຶ່ງໄດ້ກຳນົດຫົວຂໍ້ຫຼັກວ່າ “ຮ່ວມກັນຟື້ນຟູຄືນໃໝ່, ຟື້ນຟູຄືນໃໝ່ຢ່າງແຂງແຮງ”.

 

ຄຳວ່າ ການພັດທະນາ ແມ່ນຄຳສັບສຳຄັນທີ່ພົ້ນເດັ່ນທີ່ສຸດໃນຄຳປາໄສຂອງທ່ານສີຈິ້ນຜິງໃນກອງປະຊຸມສຸດຍອດຄັ້ງນີ້, ແມ່ນແຮງຂັບເຄື່ອນສຳຄັນທີ່ສຸດໃນການບັນລຸເປົ້າໝາຍທີ່ “ຮ່ວມກັນຟື້ນຟູຄືນໃໝ່, ຟື້ນຟູຄືນໃໝ່ຢ່າງແຂງແຮງ”. ທ່ານສີຈິ້ນຜິງສະເໜີວ່າ, ຄວນຊຸກຍູ້ການພັດທະນາຂອງໂລກທີ່ມີລັກສະນະກວມລວມກວ່າເກົ່າ, ໃຫ້ຜົນປະໂຫຍດຢ່າງທົ່ວເຖິງກວ່າເກົ່າ ແລະ ມີຄວາມເຂັ້ມແຂງກວ່າເກົ່າ. ການພັດທະນາຮ່ວມກັນຂອງປະເທດຕ່າງໆຈຶ່ງແມ່ນການພັດທະນາທີ່ແທ້ຈິງ. ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງໂລກບໍ່ອາດສາມາດສ້າງຂຶ້ນໄດ້ຢູ່ບົນພື້ນຖານທີ່ຜູ້ທຸກຍາກຍິ່ງທຸກຍາກກວ່າເກົ່າ, ຜູ້ຮັ່ງມີຍິ່ງຮັ່ງມີກວ່າເກົ່າ. ແຕ່ລະປະເທດລ້ວນແຕ່ຢາກມີຊີວິດການເປັນຢູ່ທີ່ດີ, ຄວາມທັນສະໄໝບໍ່ແມ່ນສິດພິເສດຂອງປະເທດໃດໜຶ່ງ. ປະເທດທີ່ພັດທະນາໄປກ່ອນຄວນຊ່ວຍເຫຼືອການພັດທະນາຂອງປະເທດອື່ນຢ່າງຈິງໃຈ, ສະໜອງຜະລິດຕະພັນສາທາລະນະຂອງໂລກຫຼາຍກວ່າເກົ່າ.

 

ໃນການກ່າວຄຳປາໄສຄັ້ງນີ້, ທ່ານສີຈິ້ນຜິງໄດ້ເນັ້ນເຖິງສິ່ງທ້າທາຍອັນຮີບດ່ວນທີ່ສຸດໃນຂົງເຂດການພັດທະນາຂອງໂລກ ຄື ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ. ທ່ານກ່າວວ່າ, ຄວາມສ່ຽງໃນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານຂອງປະເທດພວມພັດທະນາມີຄວາມພົ້ນເດັ່ນຫຼາຍກວ່າ, ກຸ່ມ G20 ຄວນສຸມໃສ່ເລື່ອງນີ້ ແລະໃຫ້ການສະໜັບສະໜູນທີ່ຈຳເປັນໃນດ້ານການຜະລິດ, ສະສົມ, ເງິນທຶນ, ເຕັກໂນໂລຊີ ແລະ ອື່ນໆ.

 

ກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມG20ໄດ້ສ້າງເວທີແລກປ່ຽນຂອງກອງປະຊຸມຫຼາຍຝ່າຍ, ໄດ້ສ້າງໂອກາດທີ່ຫາຍາກໃຫ້ແກ່ການພົບປະສອງຝ່າຍລະຫວ່າງຜູ້ນຳປະເທດຕ່າງໆ.

 

ວັນທີ 15 ພະຈິກ 2022 ນີ້, ຫຼັງຈາກພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາແລ້ວ, ທ່ານສີຈິ້ນຜິງຍັງໄດ້ພົບປະກັບຜູ້ນຳ 8 ປະເທດທີ່ໄປເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມG20 ຢູ່ເກາະບາຫຼີ. ການເຮັດແນວໃດເພື່ອຖອດຖອນບົດຮຽນຈາກອະດີດ ຈ້ອງມອງອະນາຄົດ, ສືບທອດພາລະກິດໃນອະດີດ ແລະ ບຸກເບີກເສັ້ນທາງໃນອະນາຄົດ, ນີ້ກໍຄືຫົວຂໍ້ສຳຄັນອັນໜຶ່ງໃນການພົບປະລະຫວ່າງທ່ານປະທານສີຈິ້ນຜິງກັບຜູ້ນຳປະເທດທີ່ກ່ຽວຂ້ອງ.